ຮີດສິບສອງຄອງສິບສີ່
ຮີດສິບສອງ ຄອງສິບສີ່ ຮີດສິບສອງ ຄອງສິບສີ່
“ຮີດ” ແລະ“ຄອງ” ມີຄວາມໝາຍໃກ້ຄຽງກັນ ແຕ່ບໍ່ແມ່ນອັນດຽວກັນ. ຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ໝາຍເຖິງກົດຫຼືແນວທາງທີ່ວາງໄວ້ເພື່ອປະຕິບັດຕາມ. ເມື່ອເຮົາເອົາ “ຮີດ” ແລະ “ຄອງ” ມາລວມເຂົ້າກັນ ຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”.
“ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງເອກະ ພາບ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດ ຄື ຮີດສິບສອງຄອງສິບສີ່ແທນ.
ຮີດສິບສອງ
ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ:
1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ
2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນຍັງເອີ້ນວ່າ ບຸນກອງເຂົ້າກໍມີ.
3. ເດືອນສາມ ເຮັດບຸນເຂົ້າຈີ່
4. ເດືອນສີ່ ເຮັດບຸນພະເວດ
5. ເດືອນຫ້າ ເຮັດບຸນສົງພະ ຫຼືບຸນປີໃໝ່ລາວ
6. ເດືອນຫົກ ເຮັດບຸນບັ້ງໄຟ
7. ເດືອນເຈັດ ເຮັດບຸນບ້ານ ຫຼືບຸນລ້ຽງຜີມະເຫສັກຫຼັກເມືອງ
8. ເດືອນແປດ ບຸນເຂົ້າພັນສາ
9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ
10. ເດືອນສິບ ບຸນຫໍ່ເຂົ້າສະຫຼາກ
11. ເດືອນສິບເອັດ ບຸນອອກພັນສາ
12. ເດືອນສິບສອງ ບຸນທອດກະຖິນ
ຄອງສິບສີ່
ຄອງສິບສີ່ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. ຄອງສິບສີ່ມີຄື:
1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ
2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ.
4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ.
5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫຼືລ້າງຕີນເສຍກ່ອນ
7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼືນິມົນພະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ ໄປສົມມາຜົວຂອງຕົນ
9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫຼືຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼືຢ່າຖືອາວຸດໃດໆ.
10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະປະຕູເຮືອນ.(ປັດຈຸບັນ ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່).
11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດແລະບ້ານເຮືອນຂອງຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ).
14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນແລະກັນ.
ກ່າຍຈາກເວບ ພັນລາວ.ຄອມ ໂພດໂດຍ Phanh PEUANEYALATH.
ຄຳສຸພາສິດ
2. ເກີດເປັນຄົນໃຫ້ຮຽນຄວາມຮູ້
3. ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງເວົ້າໂກງກໍໄດ້
4. ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ
5. ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້
6. ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ
7. ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ
8. ເງິນຄຳຫາໄດ້ ນ້ຳໃຈຫາຍາກ
9. ເຈັ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ
10. ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ
11. ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ເຂົາ
12. ເສຍໜ້ອຍເສຍຍາກ ເສຍມາກເສຍງ່າຍ
13. ເສືອໄດ້ກິນເນື້ອເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່
14. ເສືອຕາຍຍ້ອນໜັງ ຊ້າງຕາຍຍ້ອນງາ ພຣະຍາຕາຍຍ້ອນສົມຣາຊບັດ
15. ເຊືອກສາມວາລ່າມຊ້າງ ຢ່າອວດອ້າງວ່າໂຕດີ
16. ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າໄຕຂົວ
17. ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ
18. ເດີນຕາມຫລັງຣາຊສີ ດີກວ່າເດີນຕາມກົ້ນໝາວັດ
19. ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ
20. ເບິງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ
21. ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ
22. ເຖົ້າແລ້ວຈິ່ງມາພໍ້ຫຍ້າຫວາຍ ບາດຊິຕາຍແລ້ວຈິ່ງມາພໍ້ຫຍ້າປ້ອງ
23. ເປັນຂ້ອຍໃຫ້ເປັນຂ້ອຍອາດຍາ ເປັນໝາໃຫ້ເປັນໝາວັດ
24. ເປັນຄົນໃຫ້ເພິ່ນໃຊ້ ເປັນໄມ້ໃຫ້ເພິ່ນຟັນ
25. ເປັນນາຍໃຫ້ຮັກໄພ່ ເປັນໃຫຍ່ໃຫ້ຮັກລູກບ້ານ ຂີ້ຄ້ານໃຫ້ຄ່ອຍພຽນຈາ
26. ເພິ່ນເຫັນໂຕຢ່າອຳເອົາໄວ້ ບາດໂທດຕ້ອງມາປີ້ນໃສ່ໂຕ
27. ເລືອກຜັກໄດ້ກິນບົ້ງ ເລືອກຂາໂປ້ງໄດ້ຂ້າກິ່ວ ເລືອກຕາຫຼິ່ວໄດ້ຕາບອດ
28. ເວົ້າຕໍ່າຜີຢໍ່າລົງ ເວົ້າສູງຜີຈູງຂຶ້ນ
29. ເຫັນເພິ່ນຫາມໝູ ຢ່າຊູ່ເອົາໄມ້ຄານໄປສອດ
30. ເຫັນເພິ່ນທຸກຢ່າຫານ ເຫັນເພິ່ນມານຢ່າທ້ວງ
31. ເຫັນເສືອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພິ່ນສອນ
32. ເຫັນແກ່ເງິນແສນໄຖ່ ບໍ່ເຫັນແກ່ໄພແສນເມືອງ
33. ເຫັນເມຍທ່ານຢ່າທ້າ ເຫັນໜ້າເພິ່ນຢ່າຍິງ
34. ເອົາຍ່າມາຢູ່ກັບລູກໃພ້ ປານເອົາໄຂ້ມາໃສ່ຄີງ
35. ເອົາລູກໃພ້ມາລ້ຽງຍ້າ ປ້ານເອົາຫ່າເຂົ້າເຮືອນ
36. ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ
37. ເອົາລູກເພິ່ນມາລ້ຽງ ເອົາໝ້ຽງເພິ່ນມາອົມ
38. ເອົາຫູໄປນາ ເອົາຕາໄປໄຮ່
39. ເອີ້ນກິນແລ່ນໃສ່ ເອີ້ນໃຊ້ແລ່ນໜີ
40. ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ ເຫັນຄົນຕາຍຢ່າຂີ້ດຽດ
41. ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ
42. ເຮັດອັນໃດໃສ່ໃຈອັນນັ້ນ ຊູ້ເຂ່ຍຂ້າງພັນຊັ້ນຢ່າຫຼຽວ
43. ເຮັດວຽກຢ່າພັດວັນ ປະກັນຢ່າພັດມື້
44. ເຮັດໄຮ່ພໍກະຈາ ເຮັດນາພໍກະເທີນ ບັງເອີນໄດ້ທຸກ
45. ເຮັດບຸນເອົາໜ້າ ພາວະນາເອົາລາບ
46. ແກ້ວບໍ່ພັດສາມປີເປັນແຫ່ ພີ່ນ້ອງບໍ່ແວ່ສາມປີເປັນເພິ່ນ
47. ແຂ່ງເຮືອແຂ່ງພາຍແຂ່ງໄດ້ ແຂ່ງບຸນວາດສະໜາແຂ່ງຍາກ
48. ເຊື້ອໝາກຕ້ອງບໍ່ຫ່ອນຫຼົ່ນໄກກົກ ເຊື້ອຜົມດົກບໍ່ຫ່ອນເປັນຫົວລ້ານ
49. ແມງເມົ່າບິນຢູ່ຟ້າ ບໍ່ມີມົ້ມປາກອື່ງຢາງ
50. ແລນໄວໄດ້ສາມເຫລົ່າ ເຕົ່າໄວໄດ້ສາມໜອງ
51. ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ
52. ໂຕບໍ່ກິນທ້ອງຊໍ້າຢາກ ໂຕບໍ່ປາກແຕ່ໃຈມັນຄິດ
53. ໂຕບໍ່ຊ່າງວ່າໄມ້ມັນໜຽວ ໂຕຫີຄຽວວ່າກັມວ່າເວນ
54. ໂຜດເຕົ່າໃຫ້ເຖິງໜອງ ທານຄ້ອງໃຫ້ເຖິງວັດ
55. ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ
56. ໄກ່ສາມເດືອນພໍຂ້າ ມ້າສາມເດືອນພໍຂີ່
57. ບໍ່ໄດ້ເສຍບໍ່ມີບ່ອນໄວ້ ບໍ່ໄດ້ໄຊ້ເປັນໜີ້ເທົ້າຕາຍ
58. ໄດ້ເມຍດີປານແກ້ວຄູນລ່າງ ໄດ້ເມຍຊ່າງປານແກ້ວຄູນເຮືອນ
59. ໄດ້ເຕົ່າເສຍໝາ ໄດ້ປາເສຍແຫ
60. ໄປຫາພະໃຫ້ເອົາເຄື່ອງໄປຖວາຍ ໄປຫານາຍໃຫ້ເອົາເຄື່ອງໄປຕ້ອນ
61. ໄປເຮືອນເພິ່ນຢ່ານັ່ງດູດາຍ ໃຫ້ປັ້ນຮູບງົວຮູບຄວາຍໃຫ້ລູກເພິ່ນຫຼິ້ນ
62. ໄຟໄໝ້ປ່າຈິ່ງເຫັນໜ້າໜູ ນ້ຳຖ້ວມຮູຈຶ່ງເຫັນໜ້າຈີ່ຫຼໍ່
63. ໄມ້ແກ່ກວ່າຫຼົວ ຈົວແກ່ກວ່າພະ
64. ໄມ້ລື່ນວາ ປາລື່ນຮ້ອຍ ເດັກນ້ອຍລື່ນຜູ້ໃຫຍ່
65. ໄມ້ລຳດຽວບໍ່ເປັນກໍ ປໍລຳດຽວບໍ່ເປັນເຫຼົ່າ
66. ໄມ້ລົ້ມຂ້າມໄດ້ ຄົນລົ້ມຢ່າຟ້າວຂ້າມ
67. ໃຈຮ້າຍເປັນຜີ ໃຈດີເປັນພຣະ
68. ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່
69. ໄວປາກເສຍສິນ ໄວຕີນຕົກກົກໄມ້
70. ໃຫຍ່ຍ້ອນກິນເຂົ້າ ເຖົ້າຍ້ອນເກີດໄດ້ຫຼາຍປີ
71. ໃຫ້ຟັງດ້ວຍຫູ ໃຫ້ດູດ້ວຍຕາ ລັກຂະນາໃນໃຈຮູ້ແລ້ວຢ່າເນີ
72. ກັນດີກວ່າແກ້ ແຮດີກວ່າລົ້ວ ເອົາຜົວດີກວ່າຢູ່ປ່ຽວ
73. ກາງຄືນເປັນເຫງັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ
74. ກິນບໍ່ຊ່າງກິນເປັນໜີ້ ສີ້ບໍ່ຊ່າງສີ້ ເປັນປາກເປັນຄວາມ
75. ກິນແມ່ນປາກ ຢາກແມ່ນທ້ອງ ທ່ຽວຂີ້ແມ່ນຂາ
76. ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຮັກ
77. ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ
78. ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫົວ
79. ຂີ້ໝິ້ນຢູ່ສວນຊວນກັນເປັນຫວ້ານ ຊູ້ຢູ່ບ້ານເປັນເພິ່ນຊະເລີຍເຕີຍ
80. ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
81. ຄ້ານກັບເມື່ອຍມັນເກື່ອຍໃສ່ກັນ ໝັ່ນກັບພຽນມັນວຽນຫາກັນ
82. ຢາກຮູ້ຢ່ານອນຫລັບ ຢາກເຫັນໃຫ້ໄປທ່ຽວ ສ່ຽວຮັກໃຫ້ໄປຫາ
83. ຄັນແມ່ນໃຈປະສົງແລ້ວ ເມືອງແກວກໍ່ດັ້ນຮອດ ສາຍຕາຈອດຈໍ້ຈ້ຳ ໃນຖ້ຳກໍ່ກົ່ນຫາ
84. ແດດກໍທົນ ຝົນກໍສູ້ ຮູ້ແລ້ວຄ່ອຍພຽນຈາ
85. ຄົນຫຼັກຄ້າໃກ້ ຄົນໃບ້ຄ້າໄກ
86. ຄົນດຳແດງແຍງບໍ່ເປີດ ຄົນຂາວເຫຼືອງເປືອງໄກ່ນ້ອຍ
87. ຄົນຕາບອດອວນທາງ ຄົນຕາຟາງໄປກ່ອນ ບໍ່ດີ
88. ຄົນຮັກທໍ່ຜືນຫນັງ ຄົນງຊັງທໍຜືນເສື່ອ
89. ຄົບຄົນໃຫ້ເບິ່ງໜ້າ ຊື້ຜ້າໃຫ້ເບິ່ງເນື້ອ ລະວັງເສືອຊິຊ້ອນເລັບ
90. ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ
91. ຄົບຄົນພານພາໄປຫາພິດ ຄົບບັນດິດພາໄປຫາຜົນ
92. ຄົບເດັກນ້ອຍສ້າງບ້ານ ຄົບຫົວລ້ານສ້າງເມືອງາຍ ຄວາມຄວາຍເຂົ້າມາແຊກ
93. ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ
94. ຄວາມກະຕັນຍູນັ້ນເປັນຄອງນັກປາດ ພຣະບາດເຈົ້າຍໍຍ້ອງວ່າດີ
95. ຄວາມບໍ່ດີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ
96. ຄວາມງົວບໍ່ທັນຫ1. ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ
97. ງົວຄວາຍເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ກິນແກ່ນອນ
98. ງົວໂຕດຽວກິນຫຍ້າແຍກໝູ່ ຮ່າບໍ່ພໍ້ກໍເສືອກິນ
99. ຈອດເຮືອບໍ່ເຖິງທ່າ ຂີ່ມ້າບໍ່ເຖິງທາງ
100. ສຸກຄາຕົ້ນບໍ່ປານຝານຫົວບົ່ມ ເພິ່ນບົ່ມໃຫ້ບໍ່ປານເຈົ້າບົ່ມເອົາ
1. ບຣູໄນ ດາລູສະລາມ
ໃຊ້ສະກຸນເງິນ ດອນລາບຣູໄນ
ທະນາບັດທີໃຊ້ປັດຈຸບັນ = 1 ດອນລາບຣູໄນ, 5 ດອນລາບຣູໄນ, 10 ດອນລາບຣູໄນ, 20 ດອນລາບຣູໄນ, 25 ດອນລາບຣູໄນ, 50ດອນລາບຣູໄນ, 100 ດອນລາບຣູໄນ, 500 ດອນລາບຣູໄນ, 1,000 ດອນລາບຣູໄນ ແລະ 10,000 ດອນລາບຣູໄນ
2. ລາຊອານາຈັກກຳປູເຈຍ
ໃຊ້ສະກຸນເງິນ ຫຼຽນ
ທະນາບັດທີ່ໃຊ້ປັດຈຸບັນ = 50ຫຼຽນ, 100 ຫຼຽນ, 500 ຫຼຽນ, 1,000 ຫຼຽນ, 2,000 ຫຼຽນ, 5,000 ຫຼຽນ, 10,000 ຫຼຽນ, 20,000 ຫຼຽນ, 50,000 ຫຼຽນ ແລະ 100,000 ຫຼຽນ
3. ສາທາລະນະລັດອິນໂດເນເຊຍ
ໃຊສະກຸນເງິນ ຣູເປຍ
ທະນາບັດທີ່ໃຊ້ໃນປັດຈຸບັນ = 1,000 ຣູເປຍ, 2,000ຣູເປຍ, 5,000 ຣູເປຍ, 10,000 ຣູເປຍ, 20,000 ຣູເປຍ, 50,000 ຣູເປຍ ແລະ 100,000 ຣູເປຍ
4. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໃຊ້ສະກຸນເງິນ ກີບ
ທະນາບັດທີ່ໃຊ້ໃນປັດຈຸບັນ = 500 ກີບ, 1,000 ກີບ, 2,000 ກີບ, 5,000 ກີບ, 10,000 ກີບ, 20,000 ກີບ 50,000 ກີບ ແລະ 100 000ກີບ
5. ມາເລເຊຍ
ໃຊ້ສະກຸນເງິນ ຣິງກິດ
ທະນາບັດທີ່ໃຊ້ໃນປັດຈຸບັນ = 1 ຣິງກິດ, 5 ຣິງກິດ, 10 ຣິງກິດ, 20 ຣິງກິດ, 50 ຣິງກິດ ແລະ 100 ຣິງກິດ
6. ສາທາລະນະລັດແຫ່ງສະຫະພາບມ່ຽນມາ
ໃຊ້ສະກຸນເງິນ ຈ໊າດ
ທະນາບັດທີ່ໃຊ້ໃນປັດຈຸບັນ = 1 ຈ໊າດ, 5 ຈ໊າດ, 10 ຈ໊າດ, 20 ຈ໊າດ, 50ຈ໊າດ, 100 ຈ໊າດ, 200 ຈ໊າດ, 500 ຈ໊າດ, 1,000 ຈ໊າດ, 5,000 ຈ໊າດ ແລະ10,000 ຈ໊າດ
7. ສາທາລະນະລັດຟີລິບປິນ
ໃຊ້ສະກຸນເງິນ ເປໂຊ
ທະນາບັດທີ່ໃຊ້ໃນປັດຈຸບັນ = 20 ເປໂຊ, 50 ເປໂຊ, 100ເປໂຊ, 200 ເປໂຊ, 500ເປໂຊ ແລະ 1,000 ເປໂຊ
8. ສາທາລະນະລັດສິງກະໂປ
ໃຊ້ສະກຸນເງິນ ດອນລາສິງກະໂປ
ທະນາບັດທີ່ໃຊ້ໃນປັດຈຸບັນ = 2 ດອນລາສິງກະໂປ, 5 ດອນລາສິງກະໂປ, 10 ດອນລາສິງກະໂປ, 50 ດອນລາສິງກະໂປ, 100 ດອນລາສິງກະໂປ, 1,000 ດອນລາສິງກະໂປ ແລະ 10,000 ດອນລາສິງກະໂປ
9. ລາຊອານາຈັກໄທ
ໃຊ້ສະກຸນເງິນ ບາດ
ທະນາບັດທີ່ໃຊ້ໃນປັດຈຸບັນ = 20 ບາດ, 50 ບາດ, 100 ບາດ, 500 ບາດ ແລະ 1,000 ບາດ
10. ສາທາລະນະລັດສັງຄົມນິຍົມຫວຽດນາມ
ໃຊ້ສະກຸນເງິນ ດົ່ງ
ທະນາບັດທີ່ໃຊ້ໃນປັດຈຸບັນ = 100 ດົ່ງ, 200 ດົ່ງ, 500 ດົ່ງ, 1,000 ດົ່ງ, 2,000 ດົ່ງ, 5,000 ດົ່ງ, 10,000 ດົ່ງ, 20,000 ດົ່ງ, 50,000 ດົ່ງ, 100,000 ດົ່ງ, 200,000 ດົ່ງ ແລະ 500,000 ດົ່ງ
ສຳຫຼັບຫຼັກການວິທີການປະດັບທຸງອາຊ່ຽນແລະທຸງຊາດຂອງປະເທດສະມາຊິກອາຊຽນໃຫ້ລຽງໂດຍເລີ່ມຕົ້ມຈາກທຸງອາຊຽນແລ້ວຕໍ່ດ້ວຍສະມາຊິກ 10 ປະເທດ ຕາມລຳດັບອັກສອນຊື່ປະເທດມີດັ່ງນີ້
1. Brunei Darussalam (ບຣູໄນ ດາຣູຊາຮາມ)
ຫຼັກຊະນະຂອງທຸງຊາດມີພື້ນສີເຫຼືອງໂດຍມີແຖບສີຂາວແລະສີດຳພາດຕາມແນວສະແຄງມູມຈາກດ້ານຄັນທຸງຈົນປາຍທຸງເຊິ່ງແຖບສີຂາວຢູ່ດ້ານເທິງ ແຖບສີດຳຢູ່ດ້ານລຸ່ມຂະນະທີ່ກາງທຸງນັ້ນມີກາແຜ່ນດິນຂອງບຣູໄນປະທັບຢູ່ເຊິ່ງສີຕ່າງໆມີຄວາມໝາຍດັ່ງນີ້:
ສີເຫຼືອງໝາຍເຖິງກະສັດ
ສີຂາວແລະສີດຳໝາຍເຖິງມຸກຂະມົນຕຣີ
ສາເຫດທີ່ທຸງຊາດບຣູໄນໃສ່ສີເຫຼືອງສື່ເຖິງກະສັດນັ້ນເນື່ອງຈາກທຸງປະຈຳພະອົງບຣູໄນໃຊ້ພື້ນສີເຫຼືອງ
2. Kingdom of Cambodia (ລາຊອານາຈັກກຳປູເຈຍ)
ລັກສະນະສີທຸງແບ່ງຕາມແນວຍາວເປັນ 3 ສ່ວນໂດຍສ່ວນກາງເປັນສີແດງກວ້າງເທົ່າກັບ 2 ສ່ວນຂອງສີຟ້າມີຮູບປະສາດຫີນນະຄອນວັດສາມຍອດສີຂາວ ຢູ່ບໍລິເວນເຄິ່ງກາງຂອງທຸງສ່ວນດ້ານນອກທັງສອງດ້ານມີສີຟ້າແລະກວ້າງເບື້ອ່ງລະໜຶ່ງສ່ວນເທົ່າກັນໂດຍສີຕ່າງໆແລະສັນຍາລັກຕ່າງໆຂອງທຸງມີຄວາມ ໝາຍດັ່ງນີ້:
ສີຟ້າໝາຍເຖິງກະສັດ
ສີແດງໝາຍເຖິງຊາດ
ສ່ວນນະຄອນວັດສີຂາວນັ້ນໝາຍເຖິງສັນຕິພາບ
3. Republic of Indonesia (ສາທາລະນະລັດ ອິນໂດເນເຊຍ)
ພື້ນທຸງແບ່ງເປັນສອງສ່ວນຕາມແນວນອນ ໂດຍສີຕ່າງໆຂອງທຸງມີຄວາມໝາຍດັ່ງນີ້
ສີແດງມາຍເຖິງຄວາມກ້າຫານແລະອິດສະຫຼະພາບ
ສີຂາວໝາຍເຖິງຄວາມບໍລິສຸດຍຸດຕິທຳ
4. Lao People’s Democratic Republic (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)
ລັກສະນະຜືນທຸງແບ່ງຕາມແນວຍາວອອກເປັນ 3 ສ່ວນໂດຍແຖບເຄິ່ງກາງເປັນສີຟ້າກ້ວາງ 2 ສ່ວນມີພະຈັນວົງມົນສີຂາວຢູ່ເຄິ່ງກາງລັກສະນະແຖບ ຂ້າງນອກທັງ 2 ຂ້າງເປັນສີແດງແລະກ້ວາງເທົ່າດ້ານລະເຄິ່ງໜຶ່ງຂອງສີຟ້າ ສີຕ່າງໆມີຄວາມໝາຍດັ່ງນີ້
ສີແດງໝາຍເລື້ອດເນື້ອຂອງນັກຮົບປະຕິວັດລາວ
ສີຟ້າໝາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ
ພະຈັນສີຂາວໝາຍເຖິງຄວາມເປັນເອກະພາບຂອງລາວ
5. Malaysia (ມາເລເຊຍ)
ມີແຖບສີແດງສະລັບສີຂາວລວມ 14 ແຖບແຕ່ລະແຖບມີຄວາມກວ້າງເທົ່າກັນທີ່ມຸມດ້ານຄັນທຸງມີຮູບສີ່ແຈສາກສີຟ້າກວ້າງ 8 ໃນ 14 ສ່ວນຂອງຜືນທຸງ ແລະຍາວເຄິ່ງໜຶ່ງຂອງຜືນທຸງພາຍໃນຮູບສີ່ແຈສາກມີເຄື່ອງໝາຍພະຈັນສ້ຽວແລະດາວ 14 ແຈ ເຊິ່ງສີແລະສັນຍາລັກຕ່າງທມີຄວາມໝາຍດັ່ງນີ້
ແຖບສີແດງແລະສີຂາວທັງ 14 ແຖບໝາຍເຖິງສະຖານະອັນສະເໝີພາກຂອງລັດສະມາຊິກທັງ 13 ລັດພາຍໃນປະເທດມາເລເຊຍ
ດາວ 14 ແຈ ໝາຍເຖິງຄວາມເປັນເອກະພາບໃນໝູ່ລັດດັ່ງກ່າວທັງໝົດ
ພະຈັນສ້ຽວໝາຍເຖິງສາສໜາອິດສ໌ລາມອັນເປັນສາສໜາປະຈຳຊາດ
ສີເຫຼືອງຂອງພະຈັນແລະດາວ 14 ແຈສື່ເຖິງຜູ້ເປັນປະມຸກແຫ່ງສະຫະພັນລັດ
ສີຟ້າໝາຍເຖິງຄວາມສາມັກຄີຂອງຊາວມາເລເຊຍ
6. Republic of the Union of Myanmar (ສາທາລະນະລັດແຫ່ງສະຫະພາບມ່ຽນມ່າ)
ທຸງແບ່ງຕາມລວງຍາວອອກເປັນ 3 ສ່ວນແລະມີຄວາມກ້ວາງເທົ່າກັນໂດຍແຕ່ງລະສ່ວນມີສີທີແຕກຕ່າງຍກັນໄລ່ຈາກເທິງລົງລຸ່ມຄືສີເຫຼືອງ ສີຂາວ ແລະສີ ແດງ ເຄິ່ງກາງທຸງມີຮູບດາວ 5 ແຈສີຂາວຂະໜາດໃຫຍ່ ເຊິ່ງສີແລະສັນຍາລັກຕ່າງໆມີຄວາມໝາຍດັ່ງນີ້
ສີຂາວໝາຍເຖິງສັນຕິພາບ ຄວາມສະຫງົບແລະຄວາມອຸດົມສົມບູນຂອງມ່ຽນມ່າ
ສີເຫຼືອງໝາຍເຖິງຄວາມສາມັກຄີ
ສີແດງໝາຍເຖິງຄວາມກ້າຫານ ຄວາມເຂັ້ມແຂງເດັດຂາດ
ດາວສີຂາວໝາຍເຖິງສະຫະພາບອັນໝັ້ນຄົງເປັນເອກະພາບ
7. Republic of the Philippines (ສາທາລະນະລັດຟີລິບປິນ)
ດ້ານຕົ້ນທຸງເປັນຮູບສາມຫລ່ຽມສີຂາວເປັນເຄື່ງໆາຍແທນຄວາມສະເໝີພາກເຊິ່ງພາຍໃນສາມຫຼ່ຽມສີຂາວປະກອບດ້ວຍດວງອາທິດລັດສະໝີ 8 ແຈອ້ອມ ດ້ວຍດາວ 5 ແຈຈຳນວນ 3 ດວງແລະຕັ້ງຢູ່ຕາມມູມຂອງຮູບສາມຫຼ່ຽມເຊິ່ງສັນຍາລັກທັງໝົດລ້ວນເປັນສີທອງສ່ວນດ້ານທີ່ເຫຼືອຂອງທຸງແບ່ງເຄິ່ງຕາມລວງຍາວ ແຖບເທິງເປັນສີຟ້າແລະແຖບລຸ່ມເປັນສີແດງ.ຖ້າຫາກວ່າທັງສອງສີດັ່ງກ່າວຫາກມີການສະລັບກັນຄືແດງຢູ່ເທິງແລະຟ້າຢູ່ລຸ່ມສະອດງວ່າຂະນະນັ້ນປະເທດກຳລັງ ຢູ່ໃນພາວະສົງຄາມກສ່ວນສີແລະສັນຍາລັກຕ່າງທມີຄວາມໝາຍດັ່ງນີ້
ສີຟ້າໝາຍເຖິງສັນຕິພາບສັດຈະແລະຄວາມຍຸດຕິທຳ
ສີແດງໝາຍເຖິງຄວາມຮັກຊາດແລະຄວາມມີຄຸນຄ່າ
ດວງອາທິດມີລັດສະໝີ 8 ແຈໝາຍເຖິງ 8 ແຂວງທຳອິດຂອງປະເທດທີ່ມີຄວາມພະຍາຍາມໃນການຮຽກຮ້ອງເອກະລາດຈາກປະເທດສະເປນກະທັ້ງເກີດການ ປະຕິວັດໃນປີ ພ.ສ. 2439
ດາວສາມດວງໝາຍເຖິງການແບ່ງພື້ນທີ່ທາງພູມສາດຂອງປະເທດອອກເປັນ 3 ສ່ວນໃຫຍ່ໆ ໄດ້ແກ່ເກາະລູຊອນ ເກາະມິນດາເນົາແລະໝູ່ເກາະວິສາຍັນ
8. Republic of Singapore (ສາທາລະນະລັດສິງກະໂປ)
ປະກອບດ້ວຍແຖບສອງສີແບ່ງເຄິ່ງກາງທຸງແຖບສີແດງຢູ່ເທິງແລະສີຂາວຢູ່ລຸ່ມທີ່ມູມດ້ານເທິງຂອງຄັນທຸງເປັນຮູບພະຈັນສ້ຽວຖັດຈາກຮູບດັ່ງກ່າວມີດາວ 5 ແຈຈຳນວນ 5 ດວງຮຽງກັນເປັນຮູບຫ້າຫຼ່ຽມໂດຍຮູບພະຈັນແລະດາວຕ່າງກໍມີສີຂາວເຊິ່ງສີແລະສັນຍາລັກຕ່າງໆມີຄວາມໝາຍດັ່ງນີ້
ສີແດງໝາຍເຖິງຄວາມສະເໝີພາກຂອງມະນຸດໂດຍທົ່ວໜ້າ
ສີຂາວໝາຍເຖິງຄວາມບໍລິສຸດແລະຄວາມດີງາມທີ່ແພ່ຫຼາຍແລະຄົງຢູ່ຕະຫຼອດການ
ຮູບພະຈັນເຊິ່ງເປັນພະຈັນສ້ຽວຂ້າງຂຶ້ນໝາຍເຖິງຄວາມເປັນຊາດໃຫມ່ທີ່ຖືກຳເນີດຂຶ້ນ
ດາວ 5 ດວງໝ!ຍເຖິງອຸດົມຄະຕິ 5 ປະການຂອງຊາດໄດ້ແກ່ປະຊາທິປະໄຕ ສັນຕິພາບ ຄວາມກ້າວໜ້າ ຄວາມຍຸດຕິທຳ ແລະຄວາມສະເໝີພາກ
9. Kingdom of Thailand (ລາຊອານາຈັກໄທ)
ປະກອບດ້ວຍ 3 ສີຫລັກໄດ້ແກ່ສີແດງ ສີຂາວແລະສີຟ້າແບ່ງເປັນ 5 ແຖບເຊິ່ງແຖບເຄິ່ງການເປັນສີຟ້າສອງແຖບເທິງແລະລຸ່ມເປັນສີຂາວແລະສີແດງ ແຖບສີຟ້າໃຫຍ່ກວ່າແຖບສີອື່ນ 2 ເທົ່າສ່ວນສີຕ່າງຕ່າງມີຄວາມໝາຍດັ່ງນີ້
ສີແດງໝາຍເຖິງຊາດ
ສີຂາວໝາຍເຖິງສາສໜາ
ສີຟ້າໝາຍເຖິງພະມະຫາກະສັດ
10. Socialist Republic of Vietnam (ສາທາລະນະລັດສັງຄົມນິຍົມຫວຽດນາມ)
ພື້້ນທຸງເປັນສີແດງລ້ວນເຄິ່ງກາງທຸງມີຮູບດາວ 5 ແຈເປັນສີເຫຼືອງຄຳເປັນທີ່ເຂົ້າໃຈກັນທົ່ວໄປວ່າໝາຍເຖິງຊົນຊັ້ນຕ່າງໆໃນສັງຄົມຫວຽດນາມຄື:ນັກປາດ, ຊາວນາຊ່າງຝີມື,ພໍ່ຄ້າແລະທະຫານສ່ວນສີຕ່າງໆມີຄວາມໝາຍດັ່ງນີ້
ສີແດງໝາຍເຖິງການຕໍ່ສູ້ເພື່ອກູ້ເອກະລາດຂອງຊາວຫວຽດນາມ
ສີເຫຼືອງໝາຍເຖິງຊາວຫວຽດນາມ
ພາຍຫລັັງລວມຊາດຫວຽດນາມໃນປີພ.ສ. 2519 ຄວາມໝາຍຂອງທຸງໄດ້ມີການອະທິບາຍໃໝ່ໃນທາງການເມືອງວ່າ
ສີແດງໝາຍເຖິງການປະຕິວັດໂດຍຊົນຊັ້ນກຳມະຊີບ
ດາວສີເຫຼືອງໝາຍເຖິງການຊີ້ນຳຂອງພັກຄອມມຸຍນິດຫວຽດນາມ
ດອກ Simpor ຫຼືທີ່ເຮົາຮູ້ຈັກກັນໃນຊື່ດອກ Dillenia ເປັນດອກໄມ້ປະຈຳຊາດຂອງປະເທດ ບຣູໄນ ດາຣູຊາຣາມ
ດອກ Moon Orchid (ກ້ວຍໄມ້ຣາຕີ) ເປັນດອກກ້ວຍໄມ້ໃນສາຍພັນຂອງ Phalaenopsis ເປັນດອກໄມ້ປະຈຳຊາດ ອິນໂດເນເຊຍ
ດອກຈຳປາ ເປັນດອກໄມ້ປະຈຳຊາດຂອງ ປະເທດລາວ
Hibiscus ຫລືຊະບາ ເປັນດອກໄມ້ປະຈຳຊາດຂອງ ປະເທດ ມາເລເຊຍ
Padauk ດອກປຣະດູ່ ເປັນດອກໄມ້ປະຈຳຊາດຂອງ ປະເທດມ່ຽນມ່າ
Sampaguita Jasmine ດອກພຸດແກ້ວ ເປັນດອກໄມ້ປະຈຳຊາດຂອງປະເທດຟີລິບປິນ
Vanda Miss Joaquim ດອກກ້ວຍໄມ້ ໃນກຸ່ມແວ່ນດ່າ ເປັນດອກໄມ້ປະຈຳຊາດຂອງ ປະເທດ ສິງກະໂປ
ດອກຄູນ ເປັນດອກໄມ້ ປະຈຳຊາດ ຂອງປະເທດໄທ
ສະກຸນເງິນ ອາຊຽນ
ປະເທດສະມາຊິກອາຊຽນແຕ່ລະປະເທດໃຊ້ສະກຸນເງິນດັ່ງນີ້
















6. ສາທາລະນະລັດແຫ່ງສະຫະພາບມ່ຽນມາ














ທຸງຊາດ ອາຊ່ຽນ
ສຳຫຼັບຫຼັກການວິທີການປະດັບທຸງອາຊ່ຽນແລະທຸງຊາດຂອງປະເທດສະມາຊິກອາຊຽນໃຫ້ລຽງໂດຍເລີ່ມຕົ້ມຈາກທຸງອາຊຽນແລ້ວຕໍ່ດ້ວຍສະມາຊິກ 10 ປະເທດ ຕາມລຳດັບອັກສອນຊື່ປະເທດມີດັ່ງນີ້

ຫຼັກຊະນະຂອງທຸງຊາດມີພື້ນສີເຫຼືອງໂດຍມີແຖບສີຂາວແລະສີດຳພາດຕາມແນວສະແຄງມູມຈາກດ້ານຄັນທຸງຈົນປາຍທຸງເຊິ່ງແຖບສີຂາວຢູ່ດ້ານເທິງ ແຖບສີດຳຢູ່ດ້ານລຸ່ມຂະນະທີ່ກາງທຸງນັ້ນມີກາແຜ່ນດິນຂອງບຣູໄນປະທັບຢູ່ເຊິ່ງສີຕ່າງໆມີຄວາມໝາຍດັ່ງນີ້:


ສາເຫດທີ່ທຸງຊາດບຣູໄນໃສ່ສີເຫຼືອງສື່ເຖິງກະສັດນັ້ນເນື່ອງຈາກທຸງປະຈຳພະອົງບຣູໄນໃຊ້ພື້ນສີເຫຼືອງ

ລັກສະນະສີທຸງແບ່ງຕາມແນວຍາວເປັນ 3 ສ່ວນໂດຍສ່ວນກາງເປັນສີແດງກວ້າງເທົ່າກັບ 2 ສ່ວນຂອງສີຟ້າມີຮູບປະສາດຫີນນະຄອນວັດສາມຍອດສີຂາວ ຢູ່ບໍລິເວນເຄິ່ງກາງຂອງທຸງສ່ວນດ້ານນອກທັງສອງດ້ານມີສີຟ້າແລະກວ້າງເບື້ອ່ງລະໜຶ່ງສ່ວນເທົ່າກັນໂດຍສີຕ່າງໆແລະສັນຍາລັກຕ່າງໆຂອງທຸງມີຄວາມ ໝາຍດັ່ງນີ້:




ພື້ນທຸງແບ່ງເປັນສອງສ່ວນຕາມແນວນອນ ໂດຍສີຕ່າງໆຂອງທຸງມີຄວາມໝາຍດັ່ງນີ້



ລັກສະນະຜືນທຸງແບ່ງຕາມແນວຍາວອອກເປັນ 3 ສ່ວນໂດຍແຖບເຄິ່ງກາງເປັນສີຟ້າກ້ວາງ 2 ສ່ວນມີພະຈັນວົງມົນສີຂາວຢູ່ເຄິ່ງກາງລັກສະນະແຖບ ຂ້າງນອກທັງ 2 ຂ້າງເປັນສີແດງແລະກ້ວາງເທົ່າດ້ານລະເຄິ່ງໜຶ່ງຂອງສີຟ້າ ສີຕ່າງໆມີຄວາມໝາຍດັ່ງນີ້




ມີແຖບສີແດງສະລັບສີຂາວລວມ 14 ແຖບແຕ່ລະແຖບມີຄວາມກວ້າງເທົ່າກັນທີ່ມຸມດ້ານຄັນທຸງມີຮູບສີ່ແຈສາກສີຟ້າກວ້າງ 8 ໃນ 14 ສ່ວນຂອງຜືນທຸງ ແລະຍາວເຄິ່ງໜຶ່ງຂອງຜືນທຸງພາຍໃນຮູບສີ່ແຈສາກມີເຄື່ອງໝາຍພະຈັນສ້ຽວແລະດາວ 14 ແຈ ເຊິ່ງສີແລະສັນຍາລັກຕ່າງທມີຄວາມໝາຍດັ່ງນີ້






ທຸງແບ່ງຕາມລວງຍາວອອກເປັນ 3 ສ່ວນແລະມີຄວາມກ້ວາງເທົ່າກັນໂດຍແຕ່ງລະສ່ວນມີສີທີແຕກຕ່າງຍກັນໄລ່ຈາກເທິງລົງລຸ່ມຄືສີເຫຼືອງ ສີຂາວ ແລະສີ ແດງ ເຄິ່ງກາງທຸງມີຮູບດາວ 5 ແຈສີຂາວຂະໜາດໃຫຍ່ ເຊິ່ງສີແລະສັນຍາລັກຕ່າງໆມີຄວາມໝາຍດັ່ງນີ້





ດ້ານຕົ້ນທຸງເປັນຮູບສາມຫລ່ຽມສີຂາວເປັນເຄື່ງໆາຍແທນຄວາມສະເໝີພາກເຊິ່ງພາຍໃນສາມຫຼ່ຽມສີຂາວປະກອບດ້ວຍດວງອາທິດລັດສະໝີ 8 ແຈອ້ອມ ດ້ວຍດາວ 5 ແຈຈຳນວນ 3 ດວງແລະຕັ້ງຢູ່ຕາມມູມຂອງຮູບສາມຫຼ່ຽມເຊິ່ງສັນຍາລັກທັງໝົດລ້ວນເປັນສີທອງສ່ວນດ້ານທີ່ເຫຼືອຂອງທຸງແບ່ງເຄິ່ງຕາມລວງຍາວ ແຖບເທິງເປັນສີຟ້າແລະແຖບລຸ່ມເປັນສີແດງ.ຖ້າຫາກວ່າທັງສອງສີດັ່ງກ່າວຫາກມີການສະລັບກັນຄືແດງຢູ່ເທິງແລະຟ້າຢູ່ລຸ່ມສະອດງວ່າຂະນະນັ້ນປະເທດກຳລັງ ຢູ່ໃນພາວະສົງຄາມກສ່ວນສີແລະສັນຍາລັກຕ່າງທມີຄວາມໝາຍດັ່ງນີ້





8. Republic of Singapore (ສາທາລະນະລັດສິງກະໂປ)
ປະກອບດ້ວຍແຖບສອງສີແບ່ງເຄິ່ງກາງທຸງແຖບສີແດງຢູ່ເທິງແລະສີຂາວຢູ່ລຸ່ມທີ່ມູມດ້ານເທິງຂອງຄັນທຸງເປັນຮູບພະຈັນສ້ຽວຖັດຈາກຮູບດັ່ງກ່າວມີດາວ 5 ແຈຈຳນວນ 5 ດວງຮຽງກັນເປັນຮູບຫ້າຫຼ່ຽມໂດຍຮູບພະຈັນແລະດາວຕ່າງກໍມີສີຂາວເຊິ່ງສີແລະສັນຍາລັກຕ່າງໆມີຄວາມໝາຍດັ່ງນີ້





9. Kingdom of Thailand (ລາຊອານາຈັກໄທ)
ປະກອບດ້ວຍ 3 ສີຫລັກໄດ້ແກ່ສີແດງ ສີຂາວແລະສີຟ້າແບ່ງເປັນ 5 ແຖບເຊິ່ງແຖບເຄິ່ງການເປັນສີຟ້າສອງແຖບເທິງແລະລຸ່ມເປັນສີຂາວແລະສີແດງ ແຖບສີຟ້າໃຫຍ່ກວ່າແຖບສີອື່ນ 2 ເທົ່າສ່ວນສີຕ່າງຕ່າງມີຄວາມໝາຍດັ່ງນີ້




10. Socialist Republic of Vietnam (ສາທາລະນະລັດສັງຄົມນິຍົມຫວຽດນາມ)
ພື້້ນທຸງເປັນສີແດງລ້ວນເຄິ່ງກາງທຸງມີຮູບດາວ 5 ແຈເປັນສີເຫຼືອງຄຳເປັນທີ່ເຂົ້າໃຈກັນທົ່ວໄປວ່າໝາຍເຖິງຊົນຊັ້ນຕ່າງໆໃນສັງຄົມຫວຽດນາມຄື:ນັກປາດ, ຊາວນາຊ່າງຝີມື,ພໍ່ຄ້າແລະທະຫານສ່ວນສີຕ່າງໆມີຄວາມໝາຍດັ່ງນີ້


ພາຍຫລັັງລວມຊາດຫວຽດນາມໃນປີພ.ສ. 2519 ຄວາມໝາຍຂອງທຸງໄດ້ມີການອະທິບາຍໃໝ່ໃນທາງການເມືອງວ່າ


ດອກໄມ້10ປະເທດອາຊ່ຽນ
ມາຮູ້ຈັກກັບສິ່ງທີ່ສວຍງາມທີ່ໂອບອຸ້ມໂລກໃຫ້ສົດຊື່ນດີກວ່າເດີ
ດອກໄມ້ປະຈຳຊາດ 10 ປະເທດອາຊ່ຽນ ASEAN

ດອກ Rumdul ກໍຄືດອກລຳດວນ ເປັນດອກໄມ້ປະຈຳຊາດຂອງປະເທດ ກຳປູເຈຍ





ດອກບົວ ເປັນດອກໄມ້ປະຈຳຊາດ ຂອງປະເທດ ຫວຽດນາມ


ລົບfacebookແບບຖາວອນ
December 28, 2016 — vaydek
1. ໃຫ້ທ່ານ Login ເຂົ້າບັນຊີເຟດສ໌ບຸກຂອງທ່ານກ່ອນເດີແລ້ວໃຫ້ໄປທີ່ URL ນີ້ເດີ https://www.facebook.com/help/contact.php?show_form=delete_account ແລ້ວຈະພົບກັບໜ້າເວບເໝືອນຮູບຂ້າງລ່າງນີ້ເດີ
2. ໃຫ້ກົດປຸ່ມ Submit ເດີເພື່ອເປັນການຍິນຍອມໃຫ້ລົບບັນຊີຂອງເຮົາແລ້ວບັນຊີກໍຈະຖືກປິດລົງ
3. ທີ່ສຳຄັນກໍຄືເມື່ອທ່ານລົບແລ້ວຫ້າມເຂົ້າໄປ Login ເຂົ້າບັນຊີທີ່ທ່ານປິດອີກພາຍໃນໄລຍະເວລາ 2 ອາທິດຫຼັງຈາກທີ່ທ່ານທຳການລົບບັນຊີໄປແລ້ວ
4. ໃຫ້ລົບ History ແລະ Cookies ໃນເວບບຣາວເຊີຂອງທ່ານອອກໃຫ້ໝົດເດີ
5. ແລະສົ່ງ emailໄປແຈ້ງທາງ Facebook ດ້ວຍເດີວ່າຕ້ອງການລົບ Account ນີ້ລວມເຖິງຂໍ້ມູນຕ່າງໆໃນເວບເຟດບຸກສົ່ງໄປທີ່ info@facebook.com ເດີ (ສົ່ງເປັນພາສາອັງກິດເດີ) ເພື່ອຢືນຢັນວ່າເຮົາມີຄວາມຕ້ອງການທີ່ຈະລົບບັນຊີນີ້ແທ້ໆ
ພຽງເທົ່ານີ້ທ່ານກໍສາມາດລົບບັນຊີເຟດສ໌ບຸກຂອງທ່ານໄດ້ຢ່າງຖາວອນແລ້ວພ້ອມທັງທຳລາຍຂໍ້ ມູນທຸກຢ່າງທີ່ມີຢູ່ໃນບັນຊີຂອງທ່ານ
ບຸນປະເພນີລາວ
ບຸນກຸດສົງການ ປີໃໝ່ລາວ

- ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ
- ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
- ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ ໝູ
- ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ)
- ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ
- ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ
- ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ ນົກຍຸງ
ບຸນຫໍ່ເຂົ້າປະດັບດິນ
ບຸນເພິ່ນໄດ້ມີການຈັດຂຶ້ນໃນມື້ແຮມ 15 ເດືອນ 9 ລາວ ຂອງທຸກໆປີ. ຕອນເຊົ້າ ແມ່ນ ໄດ້ ມີ ການ ຕັກປາດ ຖວາຍສັງ ຄະທານ ຕ່າງໆ (ພິທີທາງພຸດທະ ສາສະໜາ) ອອກ ຕົນຍາດໂຍມ ປະຊາຊົນຊາວເມືອງຫລວງ ພຣະ ບາງທຸກຄົນເຖົ້າແກ່ອາ ວຸໂສ ນ້ອຍໜຸ່ມຍິງ ສາວ ຕ່າງ ກໍ່ ພາ ກັນສ້າງບຸນຮັບສິນກິນທານ ເຮັດເຂົ້າຕົ້ມເຂົ້າ ໜົມ ແລະ ພາເຂົ້າມາຢາດນ້ຳສົ່ງ ບຸນກຸ ສົນ ໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາ ແລະ ອວຍໄຊໃຫ້ພອນແກ່ເຂົາ ເຈົ້າຈົ່ງ ປະ ສົບແຕ່ຄວາມສຸກສະຫວັດ ດີ. ມາຮອດຕອນບ່າຍ ຂອງ ວັນດຽວກັນ ກໍມີການ ແຂ່ງ ຂັນເຮືອ ຊ່ວງ ຢູ່ທີ່ຍື່ງຄານ. ກ່ອນໜ້າທີ່ເພິ່ນຈະມີການແຂ່ງຂັນ ເຮືອ ຊ່ວງ ເພິ່ນອກໍໄດ້ ມີການຫ້າງ ຫາ ກະກຽມແລະສ້ອມແປງເຮືອ ຂອງທ້ອງຖິ່ນຕົນ,ເວລາ ຈະເອົາລົງກໍມີການ ຄົບງັນແລະ ສູດ ທຳພິທີ ທາງພຸດທະສາສະໜາ.ເມືອຮອດມື້ແຂ່ງ ກໍໄດ້ເຮັດ ຂັນດອກໄມ້ທູບ ທຽນ ເພື່ອໄປໄຫວ້ ເທພາອາຮັກຕາມສາຍຕ່າງ ໂດຍສະເພາະແມ່ນປາກແມ່ ນ້ຳຄານ ແລະສັກ ສັກສິດທີ່ສະ ທິດຢູ່ ຕາມສາຍນ້ຳຄານເພື່ອຂໍຄວາມຊ່ວຍເຫລືອຈາກສິ່ງສັກສິດ ມາຄ້ຳຊູຍູ້ໜູນ ໃຫ້ເຮືອຂອງຕົນ ເອງ ໄດ້ຮັບໄຊຊະນະຈາກຄູ່ແຂ່ງຂອງເຮືອລຳອື່ນໆ.
ບຸນວິສາຄະບູຊາ

ບຸນເຂົ້າພັນສາ
ບຸນ ເຂົ້າພັນສາ: ແມ່ນບຸນທີເຮົາເຄີຍປະຕິບັດກັນມາໃນທຸກໆປີ ຄືມື້ອອກໃໝ່ 15 ຄໍ່າ ເດືອນ 8. ເປັນວັນທີ່ພຣະພຸດທະເຈົ້າບັນຍັດໃຫ້ພຣະສົງເຊົາການເດີນທາງໃນການ ສັ່ງສອນທຳ ເພາະເປັນຊ່ວງໄລຍະລະດູຝົນ. ຍ້ອນວ່າ :ໃນລະດູຝົນໄດ້ຮັບຄວາມລຳບາກໃນການເດີນທາງຈົນເຖິງເຈັບປ່ວຍ. ໃນລະດູ ຝົນຊາວບ້ານໄດ້ເຮັດນາເຮັດສວນຢ້ານວ່າພະສົງອາດຈະໄປຢຽບຢໍ່າພືດ ຜົນຂອງຊາວບ້ານໃຫ້ເສຍຫາຍ. ດັ່ງນັ້ນ ພຣະພຸດທະເຈົ້າຈິ່ງກຳນົດໃຫ້ພະສົງຢູ່ວັດຈົນຕະຫລອດລະດູຝົນໃນໄລຍະນີ້ ເພິ່ນເອີ້ນວ່າ ຈຳພັນສາ ຫລື ເຂົ້າພັນສາ. ສ່ວນຊາວບ້ານກໍພາກັນໄປທຳບຸນທີ່ວັດມີການຖວາຍດອກໄມ້ທູບທຽນ ແລະ ຜ້ານ້ຳຝົນແກ່ພຣະສົງຜູ້ທີ່ຈະຈຳພັນສາ.
ບຸນມາຄະບູຊາ

ບຸນອອກພັນສາ
ບຸນ ອອກພັນສາ: ມື້ອອກໃໝ່ 15 ເດືອນ 11 ເປັນມື້ທີ່ພະສົງໄດ້ຈຳພັນສາຄົບສາມເດືອນພໍດີ ພະສົງຈິ່ງເດີນທາງໄປນອນຄ້າງ ຄືນຢູ່ວັດໃດກໍໄດ້. ຕອນເຊົ້າກໍມີການທຳບຸນຕັກບາດຢາດນ້ຳໃຫ້ທານ.ຕອນຄໍ່າກໍມີການ ວຽນທຽນແລະໄຕ້ທຽນບູຊາຕາມບ້ານເຮືອນຂອງໃຜລາວ.ວັນຕໍ່ມາ ກໍແມ່ນວັນລອຍກະໂທງໄຫຼເຮືອໄຟ ພ້ອມກັນຕີຄ້ອງຕີກອງເສບງັນຢ່າງຄຶກຄື້ນແລະມ່ວນຊື່ນ.ນອກນັ້ນຢູ່ ຕາມບາງເຂດແຂວງກໍມີການຊ່ວງເຮືອອີກ.ນັບແຕ່ມື້ອອກພັນສາຮອດເຂດ ເດືອນ 12 ເພັງ ປະຊາຊົນຜູ້ມີໃຈໃສສັດທາໃນພຸດທະສາສະໜາໄດ້ນຳຜ້າມະຫາກະຖິນ ໄປຖວາຍແກ່ພະສົງຜູ້ຈຳພັນສາຄົບໄຕມາດ ຊ່ວງເວລາສາມເດືອນນັ້ນເອງ.
ບຸນຫໍ່ເຂົ້າສະລາກ

ເປັນເດືອນທີ່ປວງຊົນທັງຊາດຈັດຕັ້ງບຸນພະເວດຫລືບຸນມະຫາຊາດ ບຸນປາງນິີ້ມີຮູບການຈັດ ຕັ້ງ ຄື ບຸນທາງສາສະໜາທົ່ວໄປ ແຕ່ມີຈຸດພິເສດບ່ອນວ່າພະສົງ ໄດ້ພັດປ່ຽນກັນຂຶ້ນເທດ ນິ ທານເລື່ອງ ທ້າວ ພຣະເວດສັນດອນ ເປັນເວລາ 24 ຊົ່ວໂມງຈິ່ງຈົບສັນຕະຣະເວດຊາດົກ ເປັນ ຊາດໜຶ່ງ ໃນຊາດ ສຸດທ້າຍທີ່ພະອົງ ຈະເກີດມາເປັນເຈົ້າຊາຍ ສິດທັດທະ ເມື່ອອາຍຸໄດ້ 29ປີ ໄດ້ ສະຫລະບັນ ລັງ ອອກ ບວດ ຊອກຫາວິທີພົ້ນທຸກອອກຈາກທາງກາຍແລະໃຈຂອງມວນມະນຸດ ແລະໄດ້ ບັນລຸເຖິງເປົ້າໝາຍ ຫລັງຈາກຄວາມພຽນໃນໄລຍະ 6ປີ . ການຟັງທັມມະເທດ ສະໜາ ຂອງ ພະເວດສັນດອນນີ້ ຕາມ ປະເພນີແລ້ວຕ້ອງເຮັດທຸກ ທຸກວັດເພາະ ເປັນຕອນສຳຄັນຕອນ ທີ່ ເປັນ ແບບຢ່າງອັນດີໃຫ້ແກ່ຊາວ ພຸດຄືການຄັດເກົາກິເລດຕັນຫາໃຫ້ມີຈິດໃຈເອື້ອເຟື້ອ ເພື່ອ ແພ່ບໍ່ເຫັນແກ່ໂຕ ບູຮານມັກເວົ້າວ່າ: ໃຫ້ເຮັດໃຈດີຄືພະເວດ ແມ່ນສ້າງຄວາມສາມັກຄີຮັກ ແພງກັນລະຫວ່າງບ້ານກັບບ້ານ.
ເປັນບຸນມະຫາຊົນຫລັງຈາກລະດູເກັບກ່ຽວເອົາເຂົ້າຂຶ້ນເລົ້າແລ້ວ ຊາວນາໄດ້ຈັດ ພິທີ່ ເຮັດ ບຸນຄູນເຂົ້າ ສູ່ຂວັນເຂົ້າຢ່າງມະໂຫລານ.ບຸນຄູນເຂົ້າໝາຍຄວາມວ່າຂໍ ໃຫ້ຄູນຂຶ້ນໄປ ເລື້ອຍໆ ໃນປີຕໍ່ໄປ.ໃນໂອກາດນີ້ໄດ້ນິມົນພະມາສູດແລະເຕົ້າໂຮມຍາດຕິພີ່ນ້ອງ ໝູ່ເພື່ອນທີ່ໄດ້ ໃຫ້ ການ ຊ່ວຍເຫລືອເພາະສະໄໝ ກ່ອນບໍ່ ມີການ ຈ້າງແຮງງານ ມີແຕ່ການແລກປ່ຽນແຮງງານ ກັນຫລືເອີ້ນວ່າ ເຮັດນາວານ ເພື່ອຊົມເຊີຍຜົນເກັບກ່ຽວທີ່ພວກເຮົາໄດ້ເອົາ ຫລັງສູ້ຟ້າໜ້າ ສູ້ຝົນລຳບາກກາກກໍ່າ ມາພໍສົມຄວນເພິ່ນຈິ່ງຕີລາຄາວ່າ ສິບເມັດເຂົ້າເທົ່າ ເກົ້າ ເມັດເຫື່ອຂອງ ຊາວນາ ສະນັ້ນພວກເຮົາຕ້ອງ ຖະໜອມຫອມຮັກເຂົ້າ ຜູ້ໃດຈົກເຂົ້າອອກຈາກຕິບມາ ແລ້ວຕ້ອງກິນໃຫ້ໝົດຖ້າຜູ້ໃດເອົາ ຖິ້ມຈະ ມີບາບ ເພາະເຂົ້າເປັນອາຫານຫລັກໃນການ ລ້ຽງຊີບ ຂອງມະນຸດ
ຄຳທັກທາຍ ອາຊຽນ
ຄຳສັບ | |
ສະບາຍດີ | ຊາລາມັດ ດາຕັງ |
ຂອບໃຈ | ເຕຣິມາ ກະຊິ |
ສະບາຍດີບໍ | ອາປາ ກາບາ |
ຍິນດີທີ່ໄດ້ຮູ້ຈັກ | ເຈມບິຣາ ດາປັດ ເບີເຕມູ ອັນດາ |
(gembira dapat bertemu anda) | |
ພົບກັນໃຫມ່ | ເບີຈຳປາ ລາກິ (berjumpa lagi) |
ລາກ່ອນ | ເຊລາມັດ ຕິງກັນ |
ນອນຫລັບຝັນດີ | ມິມປິ໊ ມານິສ |
(mimpi manis) | |
ເຊີນ | ເມັນເຈມພຸດ (menjemput) |
ແມ່ນແລ້ວ | ຢາ (ya) |
ບໍ່ແມ່ນ | ທີແດັກ (tidak) |
ອາກາດດີແທ້ | ບາອິກ ຄໍຄາ (baik cauca) |
ອາກາດຮ້ອນຫລາຍ | ຊັງກັດ ພານັສ |
ອາກາດໜາວຫຼາຍ | ຄໍຄ່າ ຢັງ ຊັງກັດ ເຊຈຸ໊ດ |
(cauca yang sangat sejuk) | |
ບໍ່ເປັນຫຍັງ | ທິແດ໊ກ ອາປາອາປາ (tidak apa-apa) |
*ໝາຍເຫດ : ມາເລເຊຍແລະບຣູໄນໃຊ້ພາສາດຽວກັນ |
ຄຳສັບ | ||
ສະບາຍດີ | ຈຸ່ມ ລຽບ ຊົວ | |
ຂອບໃຈ | ອໍ ກຸນ | |
ສະບາຍດີບໍ | ຊົກ ຊອບ ບາຍ ເຈຍ ເຕ | |
ຍິນດີທີ່ໄດ້ຮູ້ຈັກ | ເຕຣກ ອໍ ແດນ ບານ | |
ພົບກັນໃໝ່ | ຂຈຸ໊ບ ຄະ ເນຍ ໃຫມ່ | |
ລາກ່ອນ | ໂຊມ ເລ່ຍ ເຮີຍ | |
ນອນຫລັບຝັນດີ | ເກລວ ສຸ ບັນ ລໍ | |
ເຊີນ | ອອນ ເຈີນ | |
ແມ່ນແລ້ວ | ແມນ | |
ບໍ່ແມ່ນ | ມິນ ແມນ | |
ອາກາດດີ | ອະ ກະ ສະ ທຽດ ລະ ອໍ | |
ອາກາດຮ້ອນຫລາຍ | ອະ ກະ ສະ ທຽດ ລະ ເດົາ | |
ອາກາດໜາວຫລາຍ | ອະ ກະ ສະ ທຽດ ຕຣະ ເຈຍ | |
ບໍ່ເປັນຫຍັງ | ມິນ ເອຍ ເຕ | |
ຂໍໂທດ | ໂສມ ໂຕະ , ອົດ ໂຕະ |
ຄຳສັບ | |
ສະບາຍດີ | ເຊລາມັດປາກິ (ຕອນເຊົ້າ) |
ເຊລາມັດຊິແອງ (ຕອນທ່ຽງ) | |
ເຊລາມັດຊໍຣ (ຕອນແລງ) | |
ເຊລາມັດມາຢຳ (ຕອນຄໍ່າ) | |
ຂອບໃຈ | ເທຣິມາກາສິ |
ສະບາຍດີບໍ | ພານຄາບາຣ |
ຍິນດີທີ່ໄດ້ຮູ້ຈັກ | ເຊລາມັນ ເບີຈັມພາ ເດນກັນ ອັນດາ |
ພົນກັນໃໝ່ | ຊຳໄພ ຈຳພາ ລາກິ |
ລາກ່ອນ | ບາຍ ບາຍ |
ນອນຫລັບຝັນດີ | ມິມພິ ຍັງ ອິນດາ |
ເຊີນ | ສິລາຄານ |
ແມ່ນແລ້ວ | ຢາ, ເບີທູນ |
ບໍ່ແມ່ນ | ບູຄັນ |
ອາກາດຮ້ອນຫລາຍ | ດິນກິນ ເຊກາລິ |
ອາກາດໜາວຫລາຍ | ພານັສ ເຊກາລິ |
ບໍ່ເປັນຫຍັງ | ທິດັກ ພາ ພາ |
ຄຳສັບ | |
ສະບາຍດີ | |
ຂອບໃຈ | |
ສະບາຍດີບໍ່ | |
ຍິນດີທີ່ໄດ້ຮູ້ຈັກ | |
ພົບກັນໃຫມ່ | |
ລາກ່ອນ | |
ນອນຫລັບຝັນດີ | |
ເຊີນ | |
ແມ່ນແລ້ວ | |
ບໍ່ແມ່ນ | |
ອາກາດດີ | |
ອາກາດຮ້ອນຫລາຍ | |
ອາກາດໜາວຫຼາຍ | |
ບໍ່ເປັນຫຍັງ |
ສະບາຍດີ | ຊາລາມັດດາຕັງ |
ຂອບໃຈ | ເຕຣິມາ ກະຊິ |
ສະບາຍດີບໍ | ອາປາ ກາບາ |
ຍິນດີທີ່ໄດ້ຮູ້ຈັກ | ເຈມບີຣາດາປັດ ເບີເຕມູ ອັນດາ |
(gembira dapat bertemu anda) | |
ພົບກັນໃໝ່ | ເບີຈຳປາ ລາກິ (berjumpa lagi) |
ລາກ່ອນ | ເຊລາມັດ ຕິງກັລ |
ນອນຫຼັບຝັນດີ | ມິມປິ ມານິສ |
(mimpi manis) | |
ເຊີນ | ເມັນຈຳພຸດ (menjemput) |
ແມ່ນແລ້ວ | ຢາ (ya) |
ບໍ່ແມ່ນ | ທີແດ໊ກ (tidak) |
ອາກາດດີ | ບາອິດ ຄໍຄາ (baik cauca) |
ອາກາດຮ້ອນຫຼາຍ | ຊັງກັດ ພານັສ |
ອາກາດໜາວຫຼາຍ | ຄໍຄາ ຢັງ ຊັງກັດ ເຊຈຸ໊ດ |
(cauca yang sangat sejuk) | |
ບໍ່ເປັນຫຍັງ | ທີແດ໊ກ ອາປາ ອາປາ (tidak apa-apa) |
*ໝາຍເຫດ : ມາເລເຊຍແລະບຣູໄນໃຊ້ພາສາດຽວກັນ |
ຄຳສັບ | ||
ສະບາຍດີ | ມິງກະລາບາ | |
ຂອບໃຈ | ເຈຊູຕິນ ບາແດ | |
ສະບາຍດີບໍ | ເນກອງບາຕາລ້າ | |
ຍິນດີທີ່ໄດ້ຮູ້ຈັກ | ຕຸ໊ຍຢາດາຫວັນຕາບາແດ | |
ພົບກັນໃໝ່ | ອະຕິດຕຸ໊ຍ | |
ລາກ່ອນ | ເຈະໂຈນແມ໋ | |
ນອນຫຼັບຝັນດີ | ອິມແມ່ເກົາແມ່ບາເສະ | |
ເຊີນ | ດີເນຢາມາ | |
ແມ່ນແລ້ວ | ໂຮະເດ | |
ບໍ່ແມ່ນ | ມາໂຮະບູ | |
ອາກາດດີ | ຢາດີອຸຕູເກົາແນ່ | |
ອາກາດຮ້ອນຫຼາຍ | ຢາດີອຸຕຸປູແດ່ | |
ອາກາດໜາວຫຼາຍ | ຢາດີອຸຕຸເອແດ່ | |
ບໍ່ເປັນຫຍັງ | ຜາມາມັບຊິບບູ | |
ຂໍໂທດ | ເຕົ່າບັ່ນບາເຕ່ |
ຄຳສັບ | |
ສະບາຍດີ | ກູມູສຕາ (kumusta) |
ຂອບໃຈ | ຊາລາມັດ (salamat) |
ສະບາຍດີບໍ | ກູມູສຕາກາ (kumusta ka) |
ຍິນດີທີ່ໄດ້ຮູ້ຈັກ | ນາຕູຕູວາ ນາອາລຳໂມ (natutuwa na alam no) |
ພົບກັນໃໝ່ | ມາກິຕາ ຄາຢອງ ມູລິ (makita kayong muli) |
ລາກ່ອນ | ປາດາລຳ (paalam) |
ນອນຫຼັບຝັນດີ | ມາທູລອກ ນັງ ມາບູຕິ (matulog nang mabuti) |
ເຊີນ | ແມກ ອັນຢາຢາ (mag-anyaya) |
ແມ່ນແລ້ວ | ໂອໂອ (oo) |
ບໍ່ແມ່ນ | ຮິນດີ (hindi) |
ອາກາດດີ | ມາກັນດັງ ພານາຮອນ (magandang panahon) |
ອາກາດຮ້ອນຫຼາຍ | ມັສຢາດອງ ມາອີນິທ (masyadong mainit) |
ອາກາດໜາວຫຼາຍ | ມັສຢາດອງ ມາລາມິດ ພານາຮອນ |
(masyadong malamig panahon) | |
ບໍ່ເປັນຫຍັງ | ຮິນດີ ບາເລ (hindi bale) |
ຄຳສັບ | |
ສະບາຍດີ | ໜີຫ່າວ |
ຂອບໃຈ | ຊີຍ ເຊຍ |
ສະບາຍດີບໍ່ | ໜີຫ່າວມະ |
ຍິນດີທີ່ໄດ້ຮູ້ຈັກ | ເຫັ່ນເກົາຊິງເຣິນຊື່ນີ |
ພົບກັນໃໝ່ | ໄຈ໊ຈ້ຽນ |
ລາກ່ອນ | ໄຈ໊ຈ້ຽນ |
ນອນຫຼັບຝັນດີ | ຫວານອັນ |
ເຊີນ | ຮວນຫຍິງ |
ແມ່ນແລ້ວ | ສື້ |
ບໍ່ແມ່ນ | ບູ້ສື້ |
ອາກາດດີ | ທຽນຊີເຮິນຮາວ |
ອາກາດຮ້ອນຫຼາຍ | ທຽນຊີເຮິນເຮ |
ອາກາດໜາວຫຼາຍ | ທຽນຊີເຮິນເຫຼິງ |
ບໍ່ເປັນຫຍັງ | ເໝີຍເຊິນເມີ |
ຄຳສັບ | ||
ສະບາຍດີ | สวัสดี | |
ຂອບໃຈ | ขอบคุณ | |
ສະບາຍດີບໍ່ | สบายดีไหม | |
ຍິນດີທີ່ໄດ້ຮູ້ຈັກ | ยินดีที่ได้รู้จัก | |
ພົບກັນໃໝ່ | พบกันใหม่ | |
ລາກ່ອນ | ลาก่อน | |
ນອນຫຼັບຝັນດີ | นอนหลับฝันดี | |
ເຊີນ | เชิญ | |
ແມ່ນແລ້ວ | ใช่ | |
ບໍ່ແມ່ນ | ไม่ใช่ | |
ອາກາດດີ | อากาศดีจัง | |
ອາກາດຮ້ອນຫຼາຍ | อากาศร้อนมาก | |
ອາກາດໜາວຫຼາຍ | อากาศร้อนมาก | |
ບໍ່ເປັນຫຍັງ | ไม่เป็นไร | |
ຂໍໂທດ | ขอโทษ |
ຄຳສັບ | |
ສະບາຍດີ | ຊິນຈ່າວ |
ຂອບໃຈ | ກ໊າມເອີນ |
ສະບາຍດີບໍ | ແອງ,ຈິ,ໂອງ,ບ່າກໍແຂວດົງ |
ຍິນດີທີ່ໄດຮູ້ຈັກ | ເຣິດວູຍເດືອກກັບແອງ |
ພົບກັນໃໝ່ | ແຫນກັບຫຼາຍ |
ລາກ່ອນ | ຕ໊າມບຽດ |
ນອນຫຼັບຝັນດີ | ຈູກຫງູງອນ |
ເຊີນ | ຈ່າວໝີງ |
ແມ່ນແລ້ວ | ເວິງ |
ບໍ່ແມ່ນ | ດົງ |
ອາກາດດີ | ແດ໊ບເຈຍ |
ອາກາດຮ້ອນຫຼາຍ | ເຈ່ຍນ່ອງ |
ອາກາດໜາວຫຼາຍ | ເຈື່ອຍແຫຼ່ງ |
ບໍ່ເປັນຫຍັງ | ໂດງຊາວເດວ |
ไม่มีความคิดเห็น:
แสดงความคิดเห็น