ນິທານພື້ນເມືອງລາວ

                           

                                

 ເລື່ອງ ພະຍາ ກັບນາກ

ພະຍາ ​ເກ​ໄກລາດ​ນັ້ນ​ເປັນ​ເຈົ້າພະຍາ​ທີ່​ມັກ​ອອກ​ປ່າ​ລ່າ​ເນື້ອ​ແລະ​ຮ່ວມ​ ກິດຈະກຳ​ອື່ນໆ​ກັບ​ຊາວບ້ານ​ໃນ​ຊົນນະບົດ.ມື້ໜຶ່ງ​ຫຼັງ​ຈາກ​ກັບ​ມາ​ແຕ່​ເຊີດ​ ເນື້ອ​ເພິ່ນ​ໄດ້​ເດີນ ທາງ​ຕາມ​ແຄມ​ນ້ຳ​ສາຍ​ໜຶ່ງ.​ໃນ​ໄລຍະ​ນັ້ນມີນາ​ກ​ໂຕ​ໜຶ່ງ ​ອາ​ໄສ​ຢູ່​ຕາມ​ລຳ​ນ້ຳນັ້ນ,ນາກ​ໂຕນັ້ນມີ​ລູກ​ສາວ​ຫົວ​ດື້​ໂຕ​ໜຶ່ງ​ທີ່​ມັກ​ ລັກລອບ​ໜີ​ອອກ​ຈາກ​ລຳ​ນ້ຳມາສູ່​ໜ້າ ດິນ.​ໃນ​ຄະນະ​ທີ່​ພະຍາ​ເກ​ໄກ​ລາດ​ພວມ​ ຍ່າງຫຼິ້ນນັ້ນ​ເພິ່ນ​ເລີຍ​ເຫັນ​ລູກ​ສາວ​ນາກ​ກັບ​ງູ​ຕາ​ແຫ​ພວມ​ກອດ​ກ້ຽວຈູບ​ ຊົນ​ກັນ​ຢູ່.​ເພິ່ນ​ພິຈາລະນາ​ວ່າ​ລູກ​ສາວ​ນາກ​ປະພຶດ​ຕົນ​ບໍ່​ເໝາະ​ສົມ​ອັນ​ ຈະ​ສ້າງ​ຄວາມ​ເສື່ອ​ມ​ເສຍ​ໃຫ້​ຊື່​ສຽງ​ຂອງ​ເຫຼົ່າ​ນາກ​ທັງ​ມວນ.​ເພິ່ນ​ຈິ່ງ​ ໃຊ້​ໄມ້​ເທົ້າ​ເຕາະ​ເຂ່ຍ​ພວກ​ມັນ​ອອກ​ຈາກ​ກັນ​ແລ້ວ​ກໍ່​ຂ້າ​ງູ​ຕາ​ແຫ​ນັ້ນ​ ເສຍ. ນາງ​ນາກ​ນ້ອຍ​ເລືອ​ໝີ​ດວ້ຍຄວາມ​ແຄ້ນ​ເຄືອງ,ນາງ​ເກັບ​ຄວາມ​ແຄ້ນ​ຕໍ່​ພະຍາ ​ເກ​ໄກລາດ​ໄວ້​ໃນ​ໃຈ,ນາງ​ຮ້ອງ​ໃຫ້​ຍຸຍົງ​ພໍ່​ນາງ​ໃຫ້​ກໍ່​ການ​ຄາຕະກໍາ​ວ່າ​ ພໍ່​ຕ້ອງຂ້າ​ພະຍາ​ເກ​ໄກລາດ​ເພື່ອ​ແກ້​ແຄ້ນ​ໃຫ້​ລູກ,ມັນ​ໃຊ້​ໄມ້​ເທົ້າ​ຕີ​  ລູກ​ຢ່າງ​ປ່າ​ເຖື່ອນ​ຕອນ​ທີ່​ລູກ​ບັງ​ເອີນ​ເຈິ​ມັນ​ຢູ່​ແຄມ​ແມ່​ນໍ້າ​ນາກ​ໂຕ ​ພໍ່​ຮູ້ສຶກ​ຄັດ​​ເຄືອງ​ໃຈ​ເລິກໆ​ກັບ​ການ​ກະທໍາ​ຂອງ​ພະຍາ​​ເກ​ໄກລາດ.ມັນ​ຄຶດ ​ວ່າ​ພະຍາ​ເກ​ໄກລາດ​ໄດ້​ທ້າ​ທາຍ​ມັນ​ຢ່າງ​ບັງອາດ​ຫຍາບ​ຄາຍ​ມັນ​ຈຶ່ງ​ວາງ​ແຜນ ​ຈັດການ​ກັບ​ພະຍາ​ເກ​ໄກລາດ​ໃຫ້​ຈົມ​ດິນ​ໄປ​ເລີຍ.ມັນ​ເນລະມິດ​ຕົວ​ເອງ​ເປັນ​ ງູ​ເຫົ່າ​ລອບ​ເຂົ້າ​ສູ່​ໂຮງ​ແລະ​ລີ​ຊອ່ນຕົວ​ຢູ່​ພື້ນ​ເມັງ​ຕຽງຂະນັ້ນ​ເທວະ​ ດາ​ທີ່​ເຝົ້າຮັກສາ​ນະຄອນ​ຂອງ​ພະຍາ​ເກ​ໄກລາດ​ຮູ້​ເລື່ອງຈຶງດົນ​ໃຈ​ເພິ່ນ​ໃຫ້​ ​ເລົ່າ​ເຫດ ການ​ໃຫ້​ສູ່ມະ​ເຫ​ສີ​ຟັງ​ວ່າ​ຕອນ​ທ່ຽງ​ວັນ​ນີ້​ອ້າຍ​ໄປ​ແອ່ວ​  ຫຼິ້ນ​ຢູ່​ແຄມ​ແມ່​ນໍ້າ​ອ້າຍ​ໄດ້​ເຫັນ​ລູກ​ສາວ​ນາກ​ພວມກອດ​ກ້ຽວ​ສອດ​ຊົມ​ກັບ ​ງູ​ຕາ​ແຫ​ຢູ່.ອ້າຍ​ເຫັນ​ວ່າ​ນາງ​ນາກ​ນ້ອຍ​ປະພຶດ​ຕົວ​ບໍ່​ເໜາະ​ສົມ​ເພາະ​ງູ​ ຕາ​ແຫ​ນັ້ນ​ຖື​ເປັນ​ງູ​ຊັ້ນ​ຕໍ່າ.ອ້າຍ​ສັນນິຖານ​ວ່າ​ຫາກ​ພໍ່​ນາກ​ຮູ້​ວ່າ​ ລູກ​ສາວ​ໄດ້​ເຮັດ​ອັນ​ໃດ​ໄປ​ຄົງ​ຈະ​ເສຍ​ໃຈ​ຢ່າງ​ໜັກ​ເພາະ​ມັນ​ໄດ້​ເຮັດ​ໃຫ້​ ກິດ​ຕິ​ຄຸນ​ຂອງ​ນາກ​ທັງ​ມວນ​ມົວ​ໝອງ.ອ້າຍ​ຈຶ່ງ​ເຕາະ​ເຂ່ຍ​ເຂົາ​ໃຫ້​ແຍກ​ກັນ​ ແລ້ວ​ຂ້າ​ງູ​ຕາ​ແຫ​ນັ້ນ​ສາ​ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ພະຍານາກ​ພໍ່​ກໍ່​ຊວາດ​ ຮູ້​ຄວາມ​ຈິງ​ມັນ​ສູບ​ລົມ​ເຂົ້າ​ຢ່າງ​ສວ່າງ​ໃຈ​ທີ່​ບໍ່​ໄດ້​ຂ້າ​ພະຍາ​ເກ​ ໄກລາດ​ຢ່າງ​ຜິດພາດ.ມັນ​ຫາຍ​ຕົວ​ຈາກ​ທີ່​ນັ້ນ​ແລ້ວ​ປະກົດ​ຕົວ​ຂື້ນ​ທີ່​ ທີ່ຢູ່​ຂອງ​ຕົນ.

ເລື່ອງ ພະຍາກັບລືສີ

ເມື່ອນັ້ນຍັງ​ ມີ​ພະຍາ​ອົງ​ໜຶ່ງ​ພ້ອມ​ດ້ວຍ​ລູກ​ຫຼານ​ແລະ​ມະຫາດ​ເຫຼັກ​ໄດ້​ໄປ​ ທ່ຽວ​ຫຼິ້ນສວນ​ອຸດ​ທິຍານ​ແລະ​ໄດ້​ເຫັນ​ເຈົ້າລັດ​ສີ​ຕົນ​ໜຶ່ງ​ມີ​ຄົນ​ຫຸ້ມ​ ລ້ອມ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຟັງ​ເທດ​ສະໜາ​ທຳ.​ເຫັນ​ວ່າ​ເຈົ້າລັດ​ສີ​ດຶງ​ດູດ​ ຄວາມ​ສົນ​ໃຈ​ຂອງ​ຜູ້ຄົນ​ພະຍາ​ກໍ​ຄຽດ​ມາ​ກໜັກ​ທີ່​ເປັນ​ດັ່ງ​ວ່າ​ເຈົ້າລັດ​ ສີນັ້ນສຳຄັນ​ກວ່າ​ຕົນ​ພະຍາ​ຈິ່ງ​ວາງ​ແຜນ​ຜາບ​ແພ້​ເຈົ້າລັດ​ສີ​ແລະ​ຫັນ​ເຫ​ ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ຈາກ​ເຈົ້າລັດ​ສີມາ​ສູ່​ຕົນ.​ພະຍາ​ກໍ​ໃຊ້​ມະຫາດ​ ເຫຼັກ​ໄປ​ຕາມ​ເອົາ​ລັດ​ສີມາ​ພົບ.ເມື່ອ​ເຈົ້າລັດ​ສີມາ​ເຖິງພະຍາກໍ​ຖາມ​ວ່າ: ທ່ານ​ຊື່ວ່າ​ຈັ່ງ​ໃດ? ​ເຮົາ​ຊື່ວ່າ ຂັນ​ຕິ  ຂັນ​ຕິ​ແປ​ວ່າ​ອັນ​ໃດ? ​ແປ​ວ່າ​ອົດ​ທົນ​ຜູ້​ທີ່​ມີ​ຄວາມ​ອົດ​ທົນ  ທ່ານ​ກໍ​ມີຂັນ​ຕິ​ເໝືອນ​ຊື່​ທ່ານ​ວ່າ​ບໍ?  ມີ  ຂັນ​ຕິ​ຂອງ​ທ່ານ​ຢູ່​ທີ່​ໃດ?  ຂັນ​ຕິ​ມີ​ຢູ່​ຕົວ​ເຮົາຢູ່​ໃນ​ດວງ​ຈິດ​ຂອງ​ເຮົາ​ນີ້​​ແຫຼະ ພະຍາ​ສັ່ງ​ໃຫ້​ມະຫາດ​ເຫຼັກຕັດ​ນິ້ວ​ໂປ້​ຂອງ​ເຈົ້າລັດ​ສີ​ແລ້ວ​ຖາມ​ວ່າ ຂັນ​ຕິ​ຂອງ​ທ່ານ​ຢູ່​ນີ້​ບໍ?  ບໍ່​,ຢູ່​ໃນ​ຈິດ​ໃຈ​ເຮົາ. ຈາກ​ນັ້ນພະຍາກໍ​ສັ່ງ​ໃຫ້​ຕັດ​ນິ້ວຊີ້ ນິ້ວນາງ ນິ້ວກາງ​ແລະ​ນິ້ວກ້ອຍ​ຂອງ​ເຈົ້າລັດ​ສີ​ເປັນ​ລຳດັບ​ການ​ຕັດ​ແຕ່​ລະ​ນິ້ວພະຍາ​ ກໍ​ຖາມ​ຄຳ​ເດີມ​ແລະ​ເຈົ້າລັດ​ສີ​ກໍ​ຕອບ​ຄຳ​ຕອບ​ເດີມ. ສຸດ​ທ້າຍ​ພະຍາ​ກໍ​ສັ່ງ​ໃຫ້​ຕັດ​ມື​ແລະ​ຕີນ​ຂອງ​ລັດ​ສີ ​ແລະ​ ເມື່ອ​ສຳນຶກ​ໄດ້​ວ່າ​ຕົນ​ບໍ່​ອາດ​ຄອນ​ແຄນ​ຄວາມ​ອົດ​ທົນ​ຂອງ​ເຈົ້າລັດ​ສີ​ ພະຍາ​ກໍ​ຄຽດ​ຮ້າຍ​ໜັກ​ແລ້ວກໍ​ຖີບ​ເອິກ​ຂອງ​ເຈົ້າລັດ​ສີ​ໃຫ້​ລົ້ມທ່າວ​ໄປ​ ພ້ອມ​ທັງ​ທືບ​ຊ້ຳ​ຈົນ​ເຈົ້າລັດ​ສີ​ຂາດ​ໃຈ​ຕາຍ. ​ເມື່ອ​ເຈົ້າລັດ​ສີ​ຕາຍ​ເຖິງ​ວ່າ​ມະນຸດ​ບໍ່​ອາດ​ລົງ​ໂທດ​ພະຍາ​ໄດ້​ແຕ່​ເທວະ​ ດາ​ເຮັດ​ໄດ້.​ ເທວະ​ດາ​ທີ່​ປົກ​ປັກ​ຮັກສາ​ພື້ນດິນ​ໄດ້​ບັນດານ​ໃຫ້​ເກີດ​ແຜ່ນດິນ​ໄຫວ​ຕີງ​ ຕົງ​ຈຸດ​ທີ່​ພະຍາ​ແລະ​ມະຫາດ​ເຫຼັກ​ຢູ່​ຊ້ຳ​ແລ້ວ​ຊ້ຳ​ເລົ່າ​ແລ້ວ​ແຜ່ນດິນ​ໜາ​ ກໍ​ຍະ​ເປັນ​ຊ່ອງ​ກວ້າງ​ສູບ​ເອົາ​ພະຍາ​ກັບ​ມະຫາດ​ເຫຼັກ​ລົງ​ສູ່​ກົ້ນຫຼຸມ​  ເລິກ.​ເມື່ອ​ພວກ​ເຂົາ​ຕາຍ​ພວກ​ຍົມພິບານ​ກໍ​ທົກ​ດຶງ​ເອົາ​ວິນ​ຍານ​ຂອງ​ເຂົາ​ ອອກ​ຮ່າງ​ກ່າຍ​ແລ້ວ​ລາກ​ແກ່​ລົງ​ໝໍ້​ອະ​ເວ​ຈີ​ຖືກ​ໄໝ້​ທົນ​ທຸກທໍລະມານ​ຢູ່​ ທີ່​ນັ້ນ​ແລ.

ເລື່ອງ ພະໂມກຄະລາ

ພະ​ໂມກ​ຄະລາ​ເປັນ​ໜຶ່ງ​ໃນ​ສາວົກ​ເອກ​ຂອງ​ ພະພຸດທະ​ເຈົ້າ.​ ເພິ່ນ​ພິ​ເສດ​ໃນ​ເລື່ອງ​ວິຊາ​ອາຄົມ,​ເພິ່ນ​ສາມາດ​ດໍາ​ດິນ​ບິນ​ບົນ​ຈໍາ​ແລງ​ ແປງກາຍ​ແລະ​ເສກ​ປ່ຽນ​ສິ່ງ​ໃດ​ກໍ່​ໄດ້,​ເພິ່ນ​ຍັງ​ສາມາດ​ເສກ​ພະລັງ​ແລະ​ອາວຸດ ​ວິ​ເສດ​ມາ​ໃຊ້​ເມື່ອ​ໃດ​ກໍ່​ໄດ້. ຕາມ​ຫຼັກ​ຕັກ​ກະສາ​ດ​ແລ້ວ​ດ້ວຍວິຊາ​ອາຄົມ​ຂອງ​ເພິ່ນ​ ເພິ່ນ​ສາມາດ​ປ້ອງ​ກັນ​ຕົນ​ເອງ​ຈາກ​ຄົນ​ຫຼື​ສັດ​ທີ່​ຈະ​ມາ​ທໍາ​ຮ້າຍ​ເພິ່ນ​ ໄດ້​ຢ່າງ​ງ່າຍດາຍ​ແຕ່​ເມື່ອ​ໂຈນ​ຫ້າ​ຮ້ອຍບຸກເຂົ້າ​ຕີ​ເພິ່ນ ​ເພິ່ນ​ພະຍາຍາມ​ເສກ​ເອົ້າ​ພະລັງ​ວິ​ເສດ​ແຕ່​ພະລັງ​ວິ​ເສດ​ກໍ່​ບໍ່​ປະກົດ.​ ເພິ່ນ​ເລີຍ​ປ້ອງ​ກັນ​ຕົນ​ເອງ​ບໍ່​ໄດ້​ຈະ​ບິນ​ໜີ​ກໍ່​ບິນ​ບໍ່​ໄດ້​ເລີຍ​ຖືກ​ ໂຈນ​ພວກ​ນີ້​ຫຸ້ມ​ຕີ​ຈົນ​ບາດ​ເຈັບ​ປາງ​ຕາຍ. ທີ່​ເປັນ​ໄປ​ແນວ​ນັ້ນ​ກໍ່​ຍ້ອນ​ອະກຸສົນ​ກໍາ​ຂອງ​ເພິ່ນ​ໃນ​ຊາດ​ປາງ​ກ່ອນ.​ ໃນ​ຊາດ​ນັ້ນ​ລາວ​​ເປັນ​ລູກ​ຊາຍ​ໂທນ​ຂອງ​ຄອບຄົວ​ໜຶ່ງ. ລາວ​ເປັນ​ລູກ​ກະຕັນຍູ,​ເອົາ​ໃຈ​ໃສ​ເບິ່ງ​ແຍງ​ພໍ່​ແມ່​ຢ່າງ​ໃກ້​ຊິດ​ດ້ວຍ​ດີ​ ສະ​ເໝີມາ.​ ເມື່ອ​ລາວ​ໃຫຍ່ເປັນ​ບ່າວພໍ່​ແມ່​ຫວັງ​​ເປັນ​ຢ່າງ​ຍິ່ງ​ຢາກ​ໃຫ້​ລາວ​ເປັນ​ຄອບ ​ເປັນ​ຄົວ​ພໍ່​ແມ່​ຈິ່ງ​ປຶກສາ​ລາວ​ວ່າ:ລູກ​ຮັກ​ຂອງ​ພໍ່​ເອີຍ​! ພໍ່​ແມ່​ນີ້​ອີ​ດູ​ລູກ​ແທ້ໆ​ທີ່​ຕ້ອງ​​ແບກ​ຫາບ​ວຽກ​ໜັກ​ໃນ​ການ​ດູ​ແລ​ພໍ່​ ແມ່​ເປັນ​ຫຍັງ​ລູກ​ບໍ່​ຊອກ​ຜູ້​ສາວ​ດີໆ​ຈັກ​ຄົນ​ມາ​ເປັນ​ລູກ​​​ເປັນ​ເມຍ​ສາ. ດູ​ແລ​ພໍ່​ແມ່​ບໍ່​ແມ່ນ​ວຽກ​ໜັກງານ​ໜາ​ຫຍັງ​ດອກ.​ລາວ​ຕອບ​ອ້ອມໆ.​ ແມ່​ນີ້​ອີ​ດູ​ເຈົ້າທີ​ຕ້ອງ​ຢູ່​ຄົນ​ດຽວ​ປ່ຽວພອຍ​.ແມ່​ຂອງ​ລາວ​ເວົ້າ. ຢູ່ນຳ​ພໍ່​ແມ່​ຮັກ​ແພງ​ຈັ່ງ​ຊີ້ຍັງ​ຈະ​ວ່າ​ລູກ​ຢູ່​ຄົນ​ດຽວ​ປ່ຽວພອຍ​ໄດ້​ ຈັ່ງ​ໃດ.ລາວ​ຕອບ​ໜັກ​ແໜ້ນ​. ​ເຫັນດັ່ງ​ນັ້ນ​ແມ່​ເລີຍ​ເປີດ​ເຜີຍ​ຄວາມ​ຄິດ​ຫວັງ​ຂອງ​ຕົນ​ເອງ​ວ່າ: ພໍ່​ແມ່ນີ້ສຸດຈະ​ດີ​ໃຈ​​ແທ້ໆ​ຫາກ​ວ່າ​ໃນ​ບັ້ນທ້າຍ​ຂອງ​ຊີວິ​ດ​ໄດ້​ ເຫັນຄອບຄົວ​ລູກ​ ແລະ​ ໄດ້​ອູ້ມ​ຊົມ​ຫຼານ​ແມ່ນ​ຕາຍ​ກໍ​ຈະ​ຕາຍ​ຕາ​ຫຼັບ​ຫາກ​ໄດ້​ຮູ້​ວ່າ​ລູກມີ​ຄວາມ​ ສຸກ​ມີ​ເມຍ​ດີ​ ມີ​ຄອບ​ຄົວ​ທີ່​ອຸດົມ​ສົມບູນ ລູກ​ໝາຍ​ຕາ​ສາວ​ຄົນ​ໃດ​ໄວ້​ແດ່​ບໍ? ຫາກຍັງ, ​ພໍ່​ແມ່​ກໍ​ເບິ່ງ​ໄວ້​ຢູ່​ແລ້ວຫາກ​ແມ່ນ​ລູກ​ພໍ​ໃຈ​ພໍ່​ແມ່​ຈະ​ໄປ​ໂອມ​ເອົາ​ ນາງ​ນຳ​ພໍ່​ແມ່​ນາງ​ໃຫ້. ລູກ​ບໍ່​ໄດ້​ໝາຍ​ຕາ​ສາວ​ໃດ​ດອກ, ພໍ່​ແມ່​ມັກ​ຜູ້​ໃດ​ລູກ​ກໍ​ມັກ​ນຳ. ຫລັງ​ຈາກ​ນັ້ນ​ເຂົາ​ເຈົ້າກໍ​ກິນ​ດອງ​ກັນ​ ແລະ​ ສາວ​ໃພ້​ກໍ​ຍ້າຍ​ມາ​ຢູ່​ນຳ​ຄອບຄົວ​ບ່າວ​ເຂີ​ຍ.​ ເບື້ອງຕົ້ນ​ເຂົາ​ເຈົ້າກໍ່​ຢູ່​ຮ່ວມ​ກັນ​ຢ່າງ​ເປັນ​ສຸກ,​ ແຕ່​ເມື່ອ​ນານ​ເຂົ້າປູ່​ກັບ​ຍ່າ​ກໍ​ເຖົ້າຂຶ້ນ​ເລື້ອຍໆ​ ຕາກໍ​ເສຍ​ບໍ່​ເຫັນ​ແຈ້ງ, ຈະ​ເຮັດ​ອັນ​ໃດ​ເອງ​ກໍ​ບໍ່​​ໄດ້​ ຊ້ຳຍັງ​​ນັບ​ມື້ນັບ​ລໍ່າ​ລິ​ລໍ່າ​ໄລ​ຢາກ​ໄດ້​ຮັບ​ການ​ດູ​ແລ​ເອົາ​ໃຈ​ໃສ່​ທຸກ ​ກິ​ທຸກ​ກີ​ເໝືອນ​ດັ່ງ​ເດັກນ້ອຍ. ຄວາມ​ເບື່ອ​ໜ່າຍ ​ແລະ​ ຄວາມ​ກຽດ​ຊັງ​ໄດ້​ພອກ​ພູນ​ຂຶ້ນ​ໃນ​ໃຈ​ຂອງ​ລູກ​ໃພ້​ເທື່ອ​ລະ​ເລັກ​ເທື່ອລະ​ ນ້ອຍ, ນາງ​ຈິ່ງ​ກົດ​ດັນ​ຜົວ​ຊໍ້າ​ແລ້ວ​ຊໍ້າ​ເລົ່າ​ໃຫ້​ເອົາ​ປູ່​ກັບ​ຍ່າ​ໄປ​ປ່ອຍ. ສຸດ​ທ້າຍ​ຜົວ​ກໍ​ຟັງ​ຄວາມ​ເມຍ ​ເລີຍ​ວາງ​ແຜນ​ເອົາ​ພໍ່​ກັບ​ແມ່​ໄປ​ປ່ອຍ​ປ່າ. ລາວ​ຈອບ​ພໍ່​ແມ່ຂຶ້ນກວຽນ​ໂດຍ​ວ່າ​ຈະ​ເອົາ​ພໍ່​ແມ່​ໄປ​ນັ່ງ​ກວຽນ​ຫຼິ້ນກິນ​ ອາກາດ. ​ເມື່ອ​ຮອດ​ປ່າ​ເລິກ​ລາວ​ກໍ​ຈອດ​ກວຽນ​ແລ້ວ​ບອກ​ພໍ່​ແມ່​ຖ້າ​ໂດຍ​ວ່າ​ຕົນ​ເອງ ​ໄປ​ຫານ້ຳມາ​ໃຫ້​ກິນ. ໜີ​ໄປ​ໜ້ອຍ​ໜຶ່ງ​ລາວ​ກໍ​ຫຼອກ​ເຂົາ​ເຈົ້າ​ໂດຍ​ດັດ​ສຽງ​ແຫບໆ​ຮ້ອງ​ຂູ່​ເອົາ​ ຊີວິດ​ທັງ​ໂຍນ​ຄ້ອນ​ກ້ອນ​ດິນ ​ແລະ​ ກ້ອນ​ຫີນ​ໃສ່​ສຸມທຸມ​ພຸ່ມ​ໄມ້​ ແລະ​ ໜ້າດິນ​ເປັນ​ອຶກ​ກະ​ທຶກ​ນຶກ​ນອງ​ດັ່ງ​ວ່າ​ແມ່ນ​ສຽງ​ບາດຕີນ​ຫຼາຍໆ​ຄົນ​ກຳລັງ​ ແລ່ນ​ຫຸ້ມ​ມາ​ໃສ່.ສອງຜົວ​ເມຍ​ເຖົ້າຢ້ານ​ໂຈນ​ຈະ​ມາ​ທຳຮ້າຍ​ລູກ​ຈິ່ງ​ຮ້ອງ​ບອກ ​ແຮງໆ​ວ່າ​: ລູກ​ເອີຍ! ​ໜີ​ເລີຍ​ເນີ,ໜີ​ເລີຍ​ເນີ. ບໍ່​ຕ້ອງ​ຫ່ວງ​ພໍ່​ແມ່! ​​ໄດ້ຍິນ​ແນວ​ນັ້ນລູກ​ຊາຍ​ກໍ​ສະ​ເດືອ​ກຮູ້​ວ່າ​ຢູ່​ໃນ​ໂລກ​ນີ້ບໍ່​ມີ​ຜູ້​ໃດ ​ຮັກ​ຕົນ​ເອງ​ຍິ່ງກວ່າ​ພໍ່​ແມ່​.ລາວ​ຢຸດ​ເຮັດ​ຫລອກ​ພໍ່​ແມ່​ແລ້ວ​ກັບ​ມາ​ພາ​ ເຂົາ​ເຈົ້າກັບ​ເຮືອນ​ແລະ​ຈາກ​ນັ້ນກໍ​ຂໍ​ປະ​ກັບ​ເມຍ​ຂອງ​ລາວ.

ເລື່ອງ ທ້າວຜາແດງ ນາງໄອ່ຄຳ


Untitled-1​ ແຕ່​ກີ້​ແຕ່​ກ່ອນ​ປາງ​ສະ​ໄໝ​ນົກ​ກໍ​ຍັງ​ມີ​ຫູ,ໜູ​ກໍ​ຍັງ​ມີ​ປີກ,ບໍ່​ວ່າ​ຄົນ ​ຫຼື​ສັດສາ​ວາ​ສິ່ງ​ທັງຫຼາຍ​ຕ່າງ​ກໍ​ມີ​ລິດ​ເດດ,ກ້າ​ຄົງ​ທະນງ​ແກ່ນ,ມີ​ມະຫາ​ ພະລັງ​ອຳນາດ,ຈິ່ງ​ມັກ​ເກີດ​ການ​ຕໍ່ສູ້​ຊິງ​ດີ​ຊິງ​ເດັ່ນ​ກັນ,ບາງ​ຜ່ອງ​ ຕໍ່ສູ້​ເພື່ອ​ຊິງ​ກັນ​ເປັນ​ໃຫຍ່​​ແລະ​ບາງ​ຜ່ອງ​ກໍ​ຕໍ່ສູ້​ເພື່ອ​ຄົນ​ທີ່​ຕົນ ​ເອງ​ຮັກ​ອັນ​ເຮັດ​ໃຫ້​ເດືອດຮ້ອນ​ຮອດ​ພະຍາ​ອິນະ​ຍາ​ພົມ​ເທວະ​ບຸດ​ເທວະ​ດາ​ ຜູ້​ດູ​ແລ​ຮັກສາ​ໂລກ​ຈັກກະ​ບານ​ຂອງ​ເຮົ​າຢ່າງ​ບໍ່​ເວັ້ນວັນ​.
​ໃນ​ເວລາ​ນັ້ນ​ໄດ້ມີ​ເມືອງ​ບາ​ດານ​ແຫ່ງ​ໜຶ່ງ​ຢູ່​ໃຕ້​ທໍລະນີ​ໃນ​ພື້ນ​ ນ້ຳມະ​ຫາ​ສະໝຸດ​ບ່ອນ​ພະຍາ​ນາກ​ເຈົ້າອາ​ໄສ​ຢູ່​ອັນ​ມີ​ຫໍ​ໂຮງ​ເປັນ​ຫີນ​ສີ​ລາ ​ງາມ​ເຫຼືອງ​ເຫຼື້ອມ​ເຊິ່ງປະດັບ​ດ້້ວຍ​ເງິນ​ຄຳ​ເພັດ​ນິນ​ຈິນດາ​ຂອງ​ມີຄ່າ​ ຢ່າງ​ຫຼວງ​ຫຼາຍ.​ເມືອງ​ບາ​ດານ​​ແຫ່ງນີປົກຄອງ​ດ້ວຍ​ພະຍາ​ນາກ​ອົງ​ໜຶ່ງ​ທີ່​ມີ ​ລິດ​ມີ​ເດດ​ເກ່ງ​ກ້າ​ສາມາດ​ຍິ່ງ​ໜັກ​ໜາ​ພ້ອມ​ທັງ​ຊື່ສັດ​ໝັ້ນຄົງ​ຕໍ່​ບ້ານ​ ເມືອງ​ດ​ໃນ​ອານາຈັກ​ຂອງ​ພະຍາ​ນາກ​ອົງ​ນີ້​ກໍ​ຍັງ​ມີ​ເຫຼົ່າ​ເສນາ​ອາມາດ​ມີ​ ທະຫານ​ທີ່​ແສນ​ຊື່ສັດ​ພັກດີ​ຈຶ່ງ​ເຮັດ​ໃຫ້​ເມືອງ​ບາ​ດານ​ຂອງ​ພະ​ອົງ​ຈະ​ເລີ​ ນຮຸ່ງ​ເຮືອງ​ສີວິ​ໄລ​ໄພ່ຟ້າ​ປະຊາລາດ​ຊະ​ດອນ​ຕ່າງ​ກໍ​ຢູ່​ເຢັນ​ເປັນ​ສຸກ​ກັນ​ ທົ່ວ​ໜ້າ​ບໍ່​ໄດ້​ອຶ​ດບໍ່​ໄດ້ຢາກ​ມີ​ເຂົ້າ​ໃນ​ນາ​ມີ​ປາ​ໃນ​ນ້ຳ​ໃນ​ປ່າ​ໄມ້​ ມີ​ສັດ​ນາໆ​ຊະນິດ​ອາ​ໄສ​ຢູ່​ເຊັ່ນ​ດຽວ​ກັນ​ກັບ​ມະນຸດ​ຂອງ​ເຮົາ​ໃນ​ເມື​ ອ່ກ່ອນ​ນັ້ນ​ແລ້ວ.ພະຍາ​ນາກ​ອົງ​ນີ້​ໄດ້​ປົກຄອງ​ມ​ເມືອງ​ບາ​ດານ​ມາ​ເປັນ​ເວລາ ​ຊ້າ​ນານ​ພໍ​ສົກ​ຄວນ​ພະ​ອົງ​ກໍ​ມີ​ເຈົ້າຊາຍ​ອົງ​ໜຶ່ງ​ຊື່ວ່າ​ທ້າວ​ພັງຄີ​ ເຊິ່ງມຮຮູບ​ໂສມ​ງົດ​ງາມ​ທັງ​ມີ​ລິດ​ມີ​ເດດ​ສາມາດ​ລະນຶກ​ເຖິງ​ຊາດ​ປາງ​ກ່ອນ​ ກີ້​ຂອງ​ຕົນ​​ເອງ​ໄດ້​ຍັງ​ສາມາດ​​ແປງ​ກາຍ​ເປັນ​ສັດ​ຫຼາຍ​ຊະນິດ​ລວມທັງ​ມະນດ​ ເຮົາ​ນຳ,ຍ້ອນ​​ແນວ​ນັ້ນ​ແລ້​ວພັງ​ຄີ​ຈິ່ງ​ຮູ້​ວ່າ​ໃນ​ຊາດ​ປາງ​ກ່ອນ​ຂອງ​ຕົນ​ ເອງ​ນັ້ນ​ໄດ​ເກີດ​ເປັນ​ມະນຸດ​ເຊິ່ງ​ເປັນ​ຄູ່​ຄອງ​ກັບ​ນາງ​ໄອ່​ຄຳ​ແຕ່​ຍ້ອນ​ ກຳ​ເວນ​ລີ​ຂິດ​ຈິ່ງ​ເຮັດ​ໃຫ້​ທັງ​ສອງ​ຕ້ອງ​ແຍກ​ຈາກ​ກັນ​ໃນ​ຊາດ​ນີ້ດທ້າວ​ພັງ ​ຄີ​ໄປ​ເກີດ​ເປັນ​ລູກ​ຂອງ​ພະຍາ​ນາກ​ແຫ່ງ​ເມືອງ​ບາ​ດານ,ສ່ວນ​ນາງ​ໄອ່​ຄຳ​ເກີດ ​ເປັນ​ລູກ​ຂອງ​ພະຍາ​ທີ່​ເມືອງ​ເພຕາ.​ເມື່ອ​ທ້າວ​ພັງ​ຄີ​ໃຫຍ່​ກ້າ​ໜ້າບານ​ມາ​ ຜູ້​ເປັນ​ພໍ່​ກໍ​ຈັດ​ພິທີ​ເລືອກຄູ່​ຄອງ​ໃຫ້ພື່ອຈະ​ໄດ້​ເນື້ອ​ໜໍ່​ຊາດ​ຕະກຸນ​ ມາ​ສື​ລ​ແທນ​ບັນລັງ​ຄອບ​ຄອງ​ລາດຊະ​ສົມບັດ​ທັງຫຼາຍ​ເຊິ່ງກໍ​ມີ​ລູສາວ​ຂອງ​ ພະຍາ​ນາກ​​ໃນ​ເມືອງ​ບາ​ດານ​​ແຫ່ງ​ອື່ນໆ​ທີ່​ແສນ​ງົດ​ງາມ​​ປານ​ນິມິດ​ເອົາ​ ຢ່າງ​ຫຼວງ​ຫຼາຍ​ຖືກ​ສົ່ງຕົວມາ​ໃຫ້ທ້າວ​ເລືອກ,​ແຕ່​ປາກົດ​ວ່າ​ບໍ່​ມີ​ໃຜ​ຖືກ​ ໃຈ​ທ້າວ​ພັງ​ຄີ​ແມ່ນ​ແຕ່​ຄົນ​ດຽວ​ເລີຍ​ໃນ​ໃຈ​ຂອງ​ທ້າວ​ມີ​ແຕ່​ຄິດ​ຮອດ​ນາງ​ ໄອ່​ຄຳ​ຜູ້​ເປັນ​ເມຍ​ເກົ່າ.ທ້າວ​ຈິ່ງ​ບອກ​ກັບ​ພໍ່​ວ່າ​ສາວ​ພວກ​ນີ້​ງົດ​ງາມ​ ແທ້​ແຕ່​ຈະ​ເຮັດ​ແນວ​ໃດ​ໄດ້​ກໍ​ແນວ​ມັນ​ບໍ່​ແມ່ນ​ຄູ່​ຄອງ​ຂອງ​ລູກ​ລູກ​ມີ​ ຍິງ​ໃນ​ໃຈ​ຢູ່​ແລ້ວ​ຜູ້​ເປັນ​ພໍ່​ເມື່ອ​ຮູ້​ວ່າ​ລູກ​ບໍ່​ມັກ​ບໍ່​ຊອບ​ກໍ​ບໍ່ ​ໄດ້​​ເວົ້າຫຍັງ​ຕາມ​ໃຈ​ຂອງ​ລູກ​ທຸກ​ປະການ​ເພາະ​ມີ​ລູກ​ຊາຍ​ຄົນ​ດຽວ​ຮັກຫອມ​ ດັ່ງ​​ແກ່ນຕາ​ແລະ​ໝາກ​ຫົວ​ໃຈ.ນັບ​ຕັ້ງ​ແຕ່​ໃຫຍ່​ຂຶ້ນມາ​ຊອນ​ບ່າວ​ທ້າວ​ກໍ​ມີ ​ແຕ່​ຄິດ​ຮອດ​ນາງ​ໄອ່​ຄຳ​ທຸກ​ວີ່ທຸກ​ວັນ​ຈະ​ຂຶ້ນ​ໄປ​ຫາ​ກໍ​ຢ້ານ​ມີ​ອັນ​ ຕະລາຍ​ເພາະ​ໂກ​ເທ​ທິງ​ບົກ​ນັ້ນມັນ​ແສນ​ຈະ​ໂຫດຮ້າຍ​ແລະ​ອັນຕະລາຍ​ກວ່າ​ໂລກ​ບາ ​ດານ​ຂອງ​ຕົນ​ແຕ່​ອົດ​ບໍ່​ໄດ້​ຈົນ​ໃຈ​ລະ​ເມີ​ຢາກ​ຫັນ​ໜ້າ​ເມຍ​ເກົ່າ​ສຸດ​ທີ່ ​ຮັກ​ຂອງ​ຕົນ​ທຸກ​ຄໍ່າ​ຄືນ.
ภาพเคลื่อนไหว
ວັນ​ໜຶ່ງ​ທ້າວ​ພັງ​ຄີ​ພ້ອມ​ດ້ວຍ​ບໍລິວານ​ຈິ່ງ​ໄດ້​ຕັດສິນ​ໃຈ​ສັ່ງ​ລາ​ພໍ່ ​ເພື່ຶອຈະ​ໄປ​ຕາມ​ຫາ​ນາງ​ໄອ່​ຄຳ​ຢູ່​ເທິ​ງ​ໂລກ​ບົນ​ບົກ​ເມື່ອ​ໄດ້​ຮັບ​ຄຳ​ ອານຸຍາດ​ຈາກ​ພໍ່​ແລ້ວ,ທ້າວ​ພ້ອມUntitled-3​ ດ້ວຍ​ເສນາ​ອາມາດ​ກໍ​ດີ​ນທາງ​ຈາກ​ໃຕ້​ນ້ຳຂຶ້ນສູ່​ເທິງ​ບົກຫຼັງ​ຈາກ​ນັ້ນກໍ​​ ແປງ​ຮ່າງ​ເປັນ​ສັດ​ຕ່າງໆ​ເພື່ອ​ມຫ້າ​ສະດວກ​ກັບ​ສະຖານະ​ການ​ແລະ​ໄວ​ຕໍ່​ການ​ ເດີນທາງ​ບາງ​ບ່ອນ​ທາງ​ດີ​ພວກ​ເຂົາ​ກໍ​ແປງ​ຮ່າງ​ເປັນ​ໂຕ​ມ້າ​ແລ່ນ​ໄປ​ເພື່ອ​ ໃຫ້​ໄວ​ຕໍ່​ການ​ເດີນທາງ.​ເປັນ​ເວລາ​ຫຼາຍ​ມື້​ຫລາຍ​ວັນທີ່​ພວກ​ເຂົາ​ເດນ​ທາງ​ ຊອກ​ຫາ​ນາງ​ໄອ່​ຄຳ​ໄປ​ເລື້ອຍໆ​.ຈົນ​ໃນ​ທີ່​ສຸດ​ກໍ​ໄດ້​ພົບ​ນາງ​ສົມ​ດັ່ງ​ໃຈ​ ປາຖະໜາ​ເອົາ​ໄວ້​ອັນ​ເຮັດ​ໃຫ້​ທ້າວ​ດີ​ໃຈ​ແລະ​ມີ​ຄວາມສຸກ​ຍິ່ງ​ຫນັກ​ໜາຈົນ​ ບໍ່​ຢາກ​ກັບ​ເມືອງ​ບາ​ດານ​ແຫ່ງ​ຕົນ.​ແຕ່​ຍ້ອນ​ຈາກບ້ານ​ມາ​ໄກ​ຫຼາຍ​ມື້​ຫຼາຍ​ ວັນ​ແລ້ວ.​ເຫຼົ່າ​ບໍລິວານ​ທີ່​ມາ​ນຳ​ຈິງ​ຊວນ​ທ້າວ​ກັບ​​ເພາະ​ຢ້າວ່າ​ພະຍາ​ ຜູ້​ເປັນ​ບິດາ​ຈະ​ເປັນ​ຫ່ວງ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​ທ້າວ​ກໍ​ບໍ່​ຟັງ​ທັງ​ ເວົ້າວ່າ​ເຮົາ​ຢູ່​ອີກ​ຈັກ​ວັນ​ສອງ​ວັນ​ກ່ອນ​ຈຶ່ງ​ຄ່ອຍ​ກັບ​ບໍ່​ເປັນ​ຫຍັງ​ ດອກ.
​ເພື່ອ​ຈະ​ໄດ້​ເຫັນ​ໜ້າ​ນາງ​ໄອ່​ຄຳ​ຢ່າງ​ເຕັມ​ອີ່ມ​ຕາມ​ຫົວ​ໃຈ​ຕ້ອງ​ການ​ ໃນ​ແຕ່​ລະ​ວັນ​ທ້າງ​ພັງ​ຄີ​ຈິ່ງ​ແປງ​ຮ່າງ​ເປັນ​ກະຮອກ​ດ່ອນ​ໄຕ່​ຂຶ້ນ​ໄປ​ ເຄືອດ​ອກ​ໄມ້​ໃນ​ສວນ​ອຸດ​ທິຍານ​ບ່ອນ​ທີ່​ນາງ​ໄອ່​ຄຳ​ມັກ​ມາດ​ອມດົມ​ດອກ​ໄມ້​ ໃນ​ທຸກໆ​ວັນ.
ກ່າວ​​ເຖິງ​ນາ​ງ​ໄອ່​ຄຳ​ຊາດ​ນີ້​ໄດ້​ເກີດ​ມາ​ເປັນ​ລູກ​ຂອງ​ພະຍາ​ແຫ່ງ​ເມື ​ອງ​ເພຕາຍ້ອນ​ນາງ​ມີ​ຮູບ​ໂສມ​ອັນ​ງົດ​ງາມ​ແລະ​ປະກອບ​ດວ້ຍຄວາມ​ສະ​ເໜຫາ​ມີ​ ຄວາມ​ສະຫງ່າ​ລາສີ​ແລະ​ມີ​ຈິດ​ໃຈ​ໂອບ​ເອື້​ອອາລີ​ຈິ່ງ​ເຮັດ​ໃຫ້​ນາງ​ເປັນ​ທີ່ ​ຮັກຫອມ​ຂອງ​ຄົນ​ທັງຫຼາຍ.​ເມື່ອ​ໃຫຍ່​ຂຶ້ນມາ​ເຕັມ​ສາວ​ແລ້ວ​ພະຍາ​ຜູ້​ເປັນ​ ພໍ່​ກໍ​ໄດ້​ຈັດ​ພິທີ່​ຫມັ້ນໝາຍ​ໃຫ້​ນາງ​ກັບ​ທ້າວ​ຜາ​ແດງ​ເຊິ່ງ​ເປັນ​ລູກ​ຊາຍ ​ຂອງ​ພະຍາ​ອີກ​ເມືອງ​ໜຶ່ງ​ພວກ​ເຂົາ​ທັງ​ສອງ​ຕ່າງ​ຝ່າຍ​ກໍ​ຮັກ​ກັນ​ດ້ວຍ​ຄວາມ ​ຫວານ​ຊຶ້ງ​ແລະ​ບໍລິສຸດ​ໃຈ​ຈົນ​ເຮັດ​ໃຫ້​ຍິງ​ໜຸ່ມ​ຊາຍ​ໜຸ່ມ​ເກີດ​ຄວາມ​ອິດສາ ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ.
ຄືນ​ໜຶ່ງ​ນາງ​ໄອ່​ຄຳ​ໄດ້​ຝັນ​ວ່າ​ມີ​ງູ​ໃຫຍ່​ເທົ່າ​ລຳ​ພ້າວ,ລຳ​ຕານ​ແລະ​ ງູ​ນ້ອຍ​ຫຼາຍ​​ໂຕ​ຝັ້ນ​ເລືອ​ກັນ​ຢູ່​ເຕັມ​ບ້ານ​ເຕັມ​ເມືອງ​ຂອງ​ຕົນ​ເອງ,ທັງ​ ​ໄດ້​ຍິນ​ສຽງ​ແຂກ​ຮ້ອງ​ແຕກ​ຕື່ນ​ຢ້ານ​ງູ​ພວກ​ນັ້ນ​ແລະ​ຕໍ່​ມາ​ບໍ່​ດົນ​ບ້ານ​ ເມືອງ​ກໍ​ກາຍ​ເປັນ​ແມ່ນ້ຳມະຫາ​ສະໝຸດ.​ເມື່ອ​ເຫັນ​ດັ່ງນັ້ນນາງ​ກໍ​ເອົາ​ມື​ ມຸບ​ໜ້າ​ແລ້ວ​ກໍ​ຮ້ອງ​ໄຫ້​ອອກ​ມາ​ຢ່າງ​ແຮງ​ຈົນ​ສະ​ເດີ​ດຕື່ນ​ຂຶ້ນມາ​ທັງ​ຫາຍ ​ໃຈ​ຫື​ດຫອດ​ເຫື່ອ​ໄຫຼ​ໄຄ​ຍ້ອຍ.ພໍ​ຮຸ່ງ​ເຊົ້າມາ​ນາງ​ກໍ​ເອົາ​ຄວາມ​ທູນ​ໃຫ້​ ຜູ້​ເປັນ​ພໍ່​ຮັບ​ຊາບ,ພະຍາ​ຜູ້​ເປັນ​ພໍ່​ກໍ​ໃຫ້​ເສນາ​ໄປ​ເອີ້ນ​ເອົາ​ໝໍ​ດູ​ ມໍ​ເດົາ​ມາ​ທຳ​ການ​ໄລ່​ເລກ​ຄູນ​ຄາຖາ​ເລື່ອງ​ຄວາມ​ຝັນ​ຂອງ​ນາງ.ໝໍ​ດູ​ຄົນ​ທີ່ ​ໜຶ່ງ​ທຳນາຍ​ອອກ​ມາ​ວ່າ:ມີ​ຊູ້​ເກົ່າ​ປາງ​ກ່ອນ​ປາງ​ຫຼັງ​ມາ​ຊອກ​ຫາ​ໃນ​ໄລຍະ​ ນີ​ໃຫ້​ລະວັງ​ຕົວ​ເອົາ​ໄວ້.ຢ່າ​ໄດ້​ອອກ​ນອກ​ຫໍ​ໂຮງ​ໄປ​ເດັດຂາດ​ຈະ​ເກີດ​ ໄພພິບັດ​ມາ​ຮອດ​ບ້ານ​ເມືອງ​ຂອງ້ຮົາ​ແທ້​ແລ້ວ.ໝໍ​ດູ​ຄົນ​ທີ່​ສອງ​ທຳ​ນາຍວ່າ​ ອັນ​ນິມິດ​ຄວາມ​ຝັນ​ນັ້ນມັນ​ກໍ​ເປັນ​ລາງ​ຮ້າຍ​ແທ້​ແລ້ວ,ຫາກ​ຈະ​ມີ​ສັດ​ຮ້າຍ​ ມາ​ແຕ່​ທາງນ້ຳ​ໃຫຍ່​ແຫ່ງ​ມະຫາ​ສະໝຸດ​ມາ​ຖະຫຼົ່ມ​ບ້າຍ​ເມືອງ​ເຮົາ​ເພື່ອ​ຊອກ​ ຫາ​ລູກ​ຊາຍ​ຂອງ​ເຂົາ.​ໃຫ້​ເຈົ້າຈົ່ງ​​ມີ​ສະຕິ​ມີ​ຄວາມ​ເມດ​ຕາ​ພາວະນາ​ເອົາ​ ໄວ້​ໃຫ້​ດີໆ​ຈິ່ງ​ຈະ​ເຮັດ​ໃຫ້​ບ້ານ​ເມືອງ​ຂອງ​ພວກ​ເຮົາ​ພົ້ນຈາ​ກ​ໄພພິບັດ​ ຄັ້ງນີ້​ໄດ້.ພໍ​ນາງ​ໄອ່​ຄຳ​ໄດ້​ຟັງ​ໝໍ​ດູ​ເວົ້າ​ແນວ​ນັ້ນນາງ​ກໍ​ເກັບ​ຕົວ​ ຢູ່​ໃນ​ຫໍ​ໂຮງ​,ບໍ່​ໄດ້ອອກ​ໄປ​ນອກ​ໄປ​ນາ​ທາງ​ໃດ.
ภาพเคลื่อนไหว
Untitled-4ຫຼາຍ ​ມື້​ຫຼາຍ​ວັນ​ຕໍ່​ມາ​ກໍ​ເຮັດ​ໃຫ້​ນາງ​ຮູ້ສຶກ​ເບື່ອ​ຢາກ​ຈະ​ໄປ​ເດີນ​ຫຼິ້ນ​ ເພື່ອ​ສູບ​ອາກາດ​ສົດ​ເຢັນໆ​ສູບ​ອາຍ​ກິ່ນ​ຫອມ​ຂອງ​ມວນ​ດອກ​ໄມ້​ໃນ​ສວນ​ອຸດ​ ທິຍານ​ທີ່ຢູ່​ບໍ່​ໄກ​ຈາກ​ຫໍ​ໂຮງ​ຂອງ​ຕົນ,ນາງ​ຈິ່ງ​ຂໍ​ອານຸຍາດ​ຈາກ​ພໍ່​ພະຍາ​ ແລ້ວ​ພວກ​ສາວ​ສະໜົມ​ແລະ​ນາ​ອາມາດ​ຈຳນວນ​ໜຶ່ງ​ກໍ​ຖະຫວາຍ​ອາລັກຂາ​ໃຫ້​ນາງ​ໄປ​ ຕາມ​ທີ່​ນາງ​ຕ້ອງການ.​ໃນ​ຂະນະ​ທີ່​ນາງ​ໄອ່​ຄຳ​ກຳລັງ​ມີ​ຄວາມ​ສຸກ​ແລະ​ອີ່ມ​ ໃຈ​ໄປ​ກັບ​ຄວາມ​ງົດ​ງາມ​ຂອງ​ມວນ​ດອກ​ໄມ້​ໃນ​ສວນ​ອຸດ​ທິຍານ​ອັນ​ກ້ວາງ​ໃຫຍ່​ ສຸດ​ສາຍຕາ​ຢູ່​ນັ້ນ,ບັງ​ເອີນ​ນາງ​ໄດ້​ຫຼຽວ​ເຫັນ​ໂຕ​ຮອກ​ດ່ອນ​ນ້ອຍ​ປີນ​ໄຕ່​ ໄປ​ມາ​ຕາມ​ເຄືອດ​ອກ​ໄມ້​ຢ່າງ​ມີ​ຄວາມສຸກ,ມັນ​ໄຕ່​ຂຶ້ນ​ໄຕ່​ລົງ,ອ້ອມ​ໄປ​ ວຽນມາ​ບາງ​ຄັ້ງມັນ​ກໍ​ຢືນ​ຂາດຽວ​ແລະ​ໂບກ​ແຂນ​ມາງ​ໜ້າ​ຂຶ້ນລົງ​ເຮັດ​ໃຫ້​ມັນ​ ເປັນຕາ​ໜ້າ​ຮັກ​ແລະ​ໜ້າ​ຢາກ​ຫົວ​ແທ້ໆ​.​ເມື່ອ​ນາງ​ໄອ່​ຄຳ​ເຫັນ​ແລ້ວ​ກໍ​ເກີດ ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຄິດ​ຢາກ​ໄດ້​ໂຕ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນມາ​ຢອກ​ຫຼິ້ນ​ໃຫ້ ​ສ່ວາງ​ໃຈ​ຈິ່ງ​ສັ່ງ​ໃຫ້​ພວກ​ເສນາ​ຄົນ​ໃຊ້​ທັງຫຼາຍ​ໄລ່​ຈັບ​,​ແຕ່​ເຖິງ​ຈະ​ ມີ​ເຫຼົ່າ​ເສນາ​ແລະ​ຄົນ​ໃຊ້​ຫຼາຍ​ຄົນ​ຊ່ວຍ​ກັນ​ໄລ່​ຈັບ​ແນວ​ໃດ​ກໍ​ບໍ່​ ໄດ້,ມັນ​ຫຼີກ​ໄປ​ຫຼອກ​ມາ​ຈົນ​ເຮັດ​ໃຫ້​ພວກ​ເຂົາ​ອິດ​ເມື່ອຍ,ຍ້ອນ​ຄວາມ​ຢາກ​ ໄດ້ຈົນ​ໃຈ​ຈະ​ຂາດ,​ເມື່ອ​ຈັຍ​ເປັນ​ບໍ່​​ໄດ້​ນາງ​ກໍ​ສັ່ງ​ຈັບ​ຕາຍ​.ຫຼັງ​ຈາ​ ພວກ​ເສນາ​ອາມາດ​ໄດ້​ຍິນ​ຄຳ​ສັ່ງ​ແນວ​ນັ້ນຈຶ່ງ​ໄດ້​ນຳ​ເອົາ​ທະນູ​ມາ​ແລ້ວ​ກໍ​ ເລັ່ງທະນູ​​ໃສ່​ໂຕ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນທັນທີ.ລູກ​ທະນູ​ໄດ້​ສຽບ​ເຂົ້າໜ້າ​ ເອິກ​ທະລຸ​ອອກ​ທາງ​ຫຼັງ.​ແຕ່​ກ່ອນ​ຈະ​ຂາດ​ໃຈ​ຕາຍ​ກະຮອກ​ດ່ອນ​ນ້ອຍ​ໄດ້​ສາບ​ ແສ່ງ​ໄວ້ວ່າ:ຂໍ​ໃຫ້​ຊີ້ນ​ຂອງ​ຜູ້​ຂ້າ​ໄດ້​ແປດພັນ​ກວຽນ,ຢັ່ງຢາຍ​ໄປ​ທົ່ວ​ ເມື່ອ​ງຢ່າ​ໄດ້​ໝົດ​ຢ່າ​ໄດ້​ສິ້ນ​ແລ​ະຖ້າ​ຫາກ​ຜູ້​ໃດ​ໄດ້​ກິນ​ຊີ້ນຂອງ​ ຜູ້ຂ້າ​ຂໍ​ໃຫ້ລຸບລົງ​ດິນ​ຈົມ​ລົງ​ນ້ຳ​ຕາຍ​ບໍ່​ໃຫ້​ເຫຼືອ​ຈັກ​ຄົນ​ເມື່ອ​ສາບ​ ແສ່ງ​ໄວ້​ແລ້ວ​ໂຕ​ຮອກ​ດ່ອນ​ນ້ອຍ​ທີ່​ໜ້າ​ສົງສານ​ກໍ​ຂາດ​ໃຈ​ຕາຍ.
Untitled-5ຫຼັງ ​ຈາກ​ໄດ້​ໂຕ​ຮອກ​ດ່ອນ​ມາ​ມອບ​ໃຫ້​ນາງ​ໄອ່​ຄຳ​​ແລ້ວ​ປາກົດ​ວ່າ​ມັນ​ບໍ່​ໜ້າ​ ຮັກ​ຄື​ຕອນ​ມັນ​ຍັງ​ມີ​ຊີວິດ​ຢູ່​ເມື່ອ​ເປັນ​ແນວ​ນັ້ນນາງ​ກໍ​ເອົາ​ໃຫ້​ພວກ​ ຄົນ​ໃຊ້​ເອົາ​ໄປ​ຄົວກິນ​ປາກົດ​ວ່າ​ຊີ້ນ​ຮອກ​ດ່ອນ​ນ້ອຍ​ໂຕ​ນີ້​ມັນ​ແຊບ​ເອົາ​ ແທ້​ເອົາ​ວ່າ​ຄົນ​ໃຊ້​ຈິ່ງ​ມາ​ຖວາຍ​ນາງ​ໄອ່​ຄຳ​ແລະ​ແບ່ງປັນ​ໃຫ້​ຫຼາຍໆ​ຄົນ​ ຊີມ,ດ້ວຍ​ລົດ​ຊາດ​ທີ່​ແຊບ​ແປກ​ປະຫຼາດ​ແລະ​ຍັງ​ມີ​ສິ່ງ​ປະຫຼາດ​ເກີດ​ຂຶ້ນອີກ​ ຄືກິນ​ແນວ​ໃດ​ຊີ້ນຂອງ​ຮອກ​ດ່ອນ​ໂຕນັ້ນກໍ​ບໍ່​ມີ​ວັນໝົດຈັກ​ເທື່ອຈົນ​ຄົນ​ ເກືອ​ຍທັງ​ໝົດ​ເມືອງ​ໄດ້​ຊີມ​ຊີ້ນ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນ​ໂດຍ​ທີ່​ບໍ່​ມີ​ໃຜ​ ຄິດ​​ແປກ​ໃຈ​ເລີຍ.
ກ່າວ​ເຖິງ​ເມືອງ​ບາ​ດານ​ເມື່ອ​ພໍ່​ພະຍາ​ນາກ​ໄດ້​ຮັບ​ຂ່າວ​ເລື່ອງ​ລູກ​ຊາຍ ​ຫົວ​ແກ້ວ​ຫົວ​ແຫວ​ນຂອງ​ຕົນ​ທີ່​ຖືກ​ມະນຸດ​ຂ້າ​ກິນ​ເປັນ​ອາຫານ​ກໍ​ເກີດ​ຄວາມ ​ໂກດ​​ແຄ້ນ,ຊິງ​ຊັງ​ພວກ​ມະນຸດ​ຄື​ໝາກ​ເຜັດ​ກັບ​​ແກ່ນ​ຕາ,​ເພື່ອ​ເປັນ​ການ​ ລ້າງ​​ແຄ້ນ​ຄືນ​ໃຫ້​ສົມ​ໃຈ​ຈຶ່ງ​ໄດ້​ປ່າວ​ໂຮມ​ເອົາ​ບໍລິວານ​ພະຍາ​ນາກ​ແຫ່ງ​ ເມືອງ​ບາ​ດານ​ໃຕ້​Untitled-2ພື້ນ ​ນຳທັງຫຼາຍ​ແລ້ວ​ກໍ​ພາກັນ​ມາ​ຂວັດ​ຂຶ້ນ​ໄປ​ຫາ​ໃຕ້ຫໍ​ໂຮງ​ຂອງ​ນາງ​ໄອ່​ຄຳ​ແລະ ​ຜືນ​​ແຜ່ນດິນ​ແຫ່ງ​ເມືອງ​ເພຕາ​ສ່ວນ​ໃຜ​ບໍ່​ໄດ້​ກິນ​ຊິີ້ນ​ໂຕ​ຮອກ​ກໍ​ຈົ່ງ​ ໄວ້​ບໍ່​ທຳຮ້າຍ​ພວກ​ເຂົາ.​ໃນ​ຂະນະ​ນັ້ນ​ເອງ​ແຜ່ນດິນ​ທັງ​ເມືອງ,ຢ້າວ​ເຮືອນ​ ຜູ້​ທີ່​ໄດ້​ກິນ​ຊີ້ນ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນກໍ​ທະຍອຍ​ຫຼຸບ​ລົງ​ກາຍ​ເປັນ​ ແມ່ນໍ້າ​ແກ້ງ​ອັນ​ຮ້າຍ​​ແຮງ,ຊາວ ບ້ານຊາວ​ເມືອງ​ທັງຫຼາຍ​ກໍ​ພາກັນ​ຈົມ​ນ້ຳຕາຍ​ໄປ​ຕາມໆ​ກັນ​ຍັງ​ແຕ່​ເຮືອ​ນຂອງ​ ຜູ້​ທີ່​ບໍ່​ໄດ້​ກິນ​ຊີ້ນ​ແລະ​ໄຮ່ນາ​ຮົ້ວສວນ​ຍັງ​ເຫຼືອ​ໄວ້​ຄື​ເກົ່າ,ນະ​ບັດ ​ນັ້ນທ້າວ​ຜາ​ແດງ​ເມື່ອ​ເຫັນ​ບ້ານເມືອງພັງ​ພິນາດກາຍ​ເປັນ​ແມ່ນຳ​ໄປ​ໝົດ​ກໍ​ ຮີບ​ເອົາ​ນາງ​ໄອ່​ຄຳ​ຂຶ້ນ​ຊ້ອນ​ກົ້ນມ້າ​ແລ້ວ​ກໍ​ແລ່ນ​ໜີ​ອອກ​ຈາກ​ວັງ​ໄປ.​ ເມື່ອ​ພະຍາ​ນາກ​ພ້ອມ​ດວ້ຍບໍລິວານ​ເຫັນ​ແນວ​ນັ້ນກໍ​ບໍ່​ຍິນ​ຍອມຈິ່ງ​ພາກັນ​ ຂວັດ​ດິນ​ເກື່ອນ​ນຳ​ຫລັງ​ທຸກໆ​ບາດຕີນ​ຂອງ​ມ້າ​ເພື່ອ​ໝາຍ​ເອົາ​ຊີວິດ​ຂອງ​ສອງ ​ຄົນນັ້ນທາງ​ທ້າວ​ຜາ​​ແດງ​ກໍ​ເລັ່ງມ້າ​ໄວ​ຈົນ​ສຸດ​ຂີນ.​ແຕ່​ໃນ​ທີ່​ສຸດ​ທັງ​ ສອງ​ກໍ​ໜີ​ບໍ່ພົ້ນຈິງ​ຈົມ​ລົງ​ນ້ຳ​ແລ້ວ​ສິ້ນ​ໃຈ​ຕາຍ​ພ້ອມ​ກັນ.ເມື່ອ​ຄົນ​ທັງ ​ມົດ​ທີ່​ກິນ​ຊິ້ນ​ໂຕ​ຮອກ​ດ່ອນ​ນ້ອຍ​ໄດ​ຈົມ​ໄປ​ໝົດ​ແລ້ວນ້ຳທີ່​ເປັນ​ແກ້ງ​ ໃຫຍ່​ປານ​ມະຫາ​ສະໝຸດ​ກໍ​ກັບກາຍ​ມາ​ເປັນ​ຜືນ​​ແຜ່ນດິນ​ຄື​ເກົ່າ​ອີກ​ຄັ້ງຄື​ ກັບ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ​ເລີຍ.
ภาพเคลื่อนไหว
​ໃນ​ຊາດ​ໃໝ່​ເມື່ອທ້າວ​ພັງ​ຄີ​ແລະ​ທ້າວ​ຜາ​ແດງ​ຕາຍ​ໄປ​ເປັນ​ຜີ​ມີ​ວິນ​ ຍານ​ທັງ​ສອງ​ກໍ​ຍັງ​ບໍ່​ລົດ​ລະກາ​ນຂ້າ​ຟັນ​ລັນ​ແທງ​ກັນ​ຈ່ອງ​ເວນ​ຈ່ອງ​ກຳ​ ກັນ​ບໍ່​ມີ​ທີ່​ສິນສຸດ​ເຮັດ​ໃຫ້​Untitled-6ຄົນ ​ອື່ນ​ເດ​ອດຮ້ອນ​ໄປ​ນຳຢ່າງ​ບໍ່ມົ້ມບໍ່​ແລ້ວ​ຈັກ​ເທື່ອ​ຈົນ​ເດືອດ​ຮ້ອນ​ຮອດ​ ເມືອງ​ສະຫວັນ​ຊັ້ນຟ້າ​ຜູ້​ເປັນ​ພະ​ອິນ.​ເຫັນ​ແນວ​ນັ້ນ​ເພິ່ນ​ກໍ​ໄດ້​ຫຼິ້ງ​ ເບິ່ງ​ອານາ​ຄົດ​ແລ້​ໄດ້​ຮູ້​ວ່າ​ສອງ​ຄົນ​ນີ້​ໄດ​ຈ່ອງ​ເວນ​ຈ່ອງ​ກຳ​ກັນ​ໂດຍ​ ການ​ຕໍ່ສູ້​ຂ້າ​ຟັນ​ລັນ​ແທງ​ກັນ​ໄປ​ເລື້ອຍໆ​ຫຼາຍພົບ​ຫຼາຍ​ຊາດ​ຍ້ອນ​ການ​ຍາດ​ ຊິງ​ເອົາ​ນາງ​ໄອ່​ຄຳ.​ເພື່​ອ​ເປັນ​ການ​ຍຸດຕິ​ການ​ຈ່ອງ​ເວນ​ຂອງ​ຄົນ​ນັ້ນພະ​ ອິນ​ຈິ່ງ​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ຫ້າມ​ແລະ​ຊີ້​ແຈງ​ສາ​ເຫດ​ທີ່​ເກີດ​ມີ​ການ ​ຕໍ່ສູ້ກັນ​ໃນ​ແຕ່​ລະ​ຊາດ​ຜ່ານ​ມາ.ຢຸດ​ກ່ອນ​ທ່ານ​ທັງ​ສອງ​ຢ່າ​ຂ້າ​ຟັນ​ລັນ​ ແທງ​ກັນ​ເລີຍ​ກະລຸນາ​ຟັງ​ອຸທອນ​ດີກາ​ຂອງ​ຜູ້​ຂ້າ​ກ່ອນ.ຫຼັງ​ຈາກ​ນັ້ນພະ​ອິນ​ ກໍ​ໄດ​ເລົ່າ​​ເລື່ອງ​ການ​ກຳ​ເນີ​ດຊາດ​ຕ່າງໆ​ຂອງ​ຊີວິດ​ທັງ​ສາມ​ໃຫ້​ພວກ​ເຂົາ ​ຟັງ​ຜົວ​ທີ່​ແທ້​ຈິງ​ຂອງ​ນາງ​ໄອ່​ຄຳນັ້ນ​ແມ່​ນທ້າວ​ພັງ​ຄີ.​ແຕ່​ຍ້ອນ​ທັງ​ ສອງ​ໄດ້​ສ້າງ​ເວນ​ກຳ​ເອົາ​ໄວ້​ໂດຍ​ບໍ່​ມີ​ຄວາມ​ອົດ​ກັ້ນອົດທົນ​ບໍ່​ມີ​ການ​ ໃຫ້​ອາ​ໄພ​ໂທດ​ເຊິ່ງກັນ​ແລະ​ກັນ​ຈິ່ງ​ເກີດ​ມີ​ແຕ່​ການ​ແກ້​ແຄ້ນ​ກັນ​ໄປໆ​ມາໆ ​ໃນ​ຫຼາຍ​ພົບ​ຫຼາຍ​ຊາດ​ຈົນ​ບໍ່​ມີ​ທີ່​ສິ້ນສຸດ,ອັນ​ເຮັດ​ຊີວິດ​ຂອງ​ທັງ​ສາມ​ ຄົນ​ບໍ່​ພົບ​ກັບ​ຄວາມສຸກ​ແມ່​ບໍ່​ມີ​ໂອກາດ​ໄດ້​ສ້າງ​ບຸນ​ກຸສົນ​ນຳ​ເພິ່ນ​ ເລີຍ.
​ເມື່ອ​ທັງ​ສາມ​ຮູ້​ແຈ້ງ​ແລ້ວ​ກໍ​ຫັນ​ໜ້າ​ເຂົ້າຫາ​ກັນດ​ໃຫ້​ອາ​ໄພ​ ເຊິ່ງກັນ​ແລະ​ກັນ​ຕ່າງ​ຝ້າຍ​ຕ່າງ​ກໍ​ຊອກ​ຫາ​ທຳ​ມາ​ຫາ​ກິນ​ແລະ​ບຳ​ເພັນ​ກຸສົນ ​ຜົນ​ບຸນ.ຈົນ​ໃນ​ຊາດ​ໃຫມ່​ທ້າວ​ພັງ​ຄີ​ແລະນາງ​ໄອ່​ຄຳມາ​ເປັນ​ຜົວ​ເມຍ​ພັນ​ລະ ​ຍາ​ກັນ​ຢູ່​ດ້ວຍ​ກັນ​ຢ່າງ​ມີ​ຄວາມສຸກ​ໂດຍ​ບໍ່​ມີ​ສັດຕູ​ມາ​ບຽດບຽນ​ອີກ​​ ເລີຍ.ສ່ວນ​ທ້າວ​ຜ້າ​ແດງ​ກໍ​ພົບ​ກັບ​ຮັກ​ໃຫມ່​ສົມ​ດັງ​ໃຈ​ປາຖະໜາ.

ไม่มีความคิดเห็น:

แสดงความคิดเห็น